ໂດຍປະຕິບັດຕາມ “ແຜນຮ່າງສັງລວມກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ” ແລະ“ແຜນຮ່າງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໄລຍະ 2014-2020 ແລະຊຸມປີຕໍ່ໄປ” ເຊິ່ງກົມການເມືອງ, ນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດນັ້ນ. ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມໃນບັນດາຂົງເຂດຄື: ເສນາຮັກ, ຊ່າງແສງ, ສ້າງພື້ນຖານໂຄງລ່າງຄືນໃໝ່, ເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ບັນດາການເຄື່ອນໄຫວບໍລິການພະລາທິການຄື:  ນາຍທະຫານສື່ສານ, ນາຍທະຫານເສນາທິການ, ຜູ້ສັງເກດການທະຫານ, ນາຍທະຫານພະລາທິການ, ຕິດຕາມກວດກາການເລືອກຕັ້ງ, ຂົນສົ່ງ, ປະຖົມພະຍາບານຕາມ 2 ຮູບການແມ່ນບຸກຄົນ ແລະກົມກອງ.

ຄຽງຂ້າງນັ້ນ, ຫວຽດນາມ ໄດ້ຕັ້ງໜ້າສົ່ງບັນດານາຍທະຫານດີເດັ່ນສະໝັກເສັງເຂົ້າບັນດາຕໍາແໜ່ງທີ່ເໝາະສົມໃນອົງການປະຈໍາການຂອງສະຫະປະຊາຊາດຢູ່ ນິວຢອກ (ອາເມລິກາ). ພິເສດ, ໃນ 9 ເດືອນຜ່ານມາ, ສູນຮັກສາສັນຕິພາບ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງປະຕິບັດສໍາເລັດໜ້າທີ່ຝຶກຊ້ອມທາງບົກໃນການປະກອບໂຮງໝໍສະໜາມຂັ້ນ II ເລກທີ 1 ເພື່ອເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ທີ່ຄະນະປະຕິບັດງານ ຊູດັງໃຕ້.

leftcenterrightdel
ທ່ານພັນເອກພິເສດ ຫງວຽນວັນດຶກ ເຊີນບັນດານັກຂ່າວຕັ້ງຄໍາຖາມເພື່ອໃຫ້ແລກປ່ຽນຂໍ້ມູນຕື່ມອີກ. ພາບ: bienphong.com.vn

ທ່ານພັນເອກພິເສດ ຫງວຽນວັນດຶກ ໃຫ້ຮູ້ວ່າ: “ໃນ 3 ປີຜ່ານມາ, ກະຊວງປ້ອງກັນປະເທດໄດ້ສົ່ງ 19 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕະພາບທີ່ບັນດາຄະນະປະຕິບັດງານຂອງສະຫະປະຊາຊາດຢູ່ ສ.ອາຟຣີກາກາງ ແລະຊູດັງໃຕ້. ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄດ້ຮັບການສະໜັບສະໜູນຈາກຫາງສຽງພາຍໃນປະເທດ, ສະຫະປະຊາຊາດ ແລະບັນດາປະເທດໃນໂລກໄດ້ຮັບຮູ້ ແລະຕີລາຄາຢ່າງຕັ້ງໜ້າ”.

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດວຽກງານກະກຽມທຸກດ້ານໃຫ້ການຜັນຂະຫຍາຍການສົ່ງນາຍທະຫານຍິງທໍາອິດຂອງ ຫວຽດນາມ ເຂົ້າຮ່ວມການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດທີ່ ຊູດັງໃຕ້ ເປັນຢ່າງດີ; ຜັນຂະຫຍາຍໂຮງໝໍສະໜາມຂັ້ນ 2 ເລກທີ 1 ຄາດຄະເນໃນໄຕມາດ I ປີ 2018 ແລະກອງຊ່າງແສງໃນປີ 2019.

 

ແປໂດຍ: ທູຈາງ