ທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະບັນດາອົງ ການຈັດຕັ້ງສາກົນອື່ນຢູ່ ເຊີແນວ  ປະເທດສະວິດ ຫາກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມສາກົນເລືອກຕັ້ງເຂົ້າໃນຖານະຕໍາແໜ່ງເປັນປະທານສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ອາຍຸການ 2018 - 2019.

ໃນຖານະຕໍາແໜ່ງໃໝ່, ນັກການທູດຫວຽດນາມ ຈະບໍລິຫານບັນດາກອງປະຊຸມສະມັດຊາໃຫຍ່ WIPO ໃນອາຍຸການ 2018 - 2019, ລາຍລະອຽດແມ່ນນໍາພາ, ກໍານົດທິດການປຶກສາຫາລື, ຕັດສິນຂັ້ນຕອນປ່ອນບັດຂອງບັນດາປະເທດສະມາຊິກ ແລະປະກາດບັນດາຂໍ້ຕົກລົງ... ໃນກໍລະນີທີ່ຈໍາເປັນ, ທ່ານປະທານສະມັດຊາໃຫຍ່ ຈະຈັດຕັ້ງບາງການທາບທາມຄໍາເຫັນກັບຕົວແທນບັນດາກຸ່ມໃນພາກພື້ນ, ເພື່ອປຶກສາຫາລື, ຊອກຫາວິທີການແກ້ໄຂບັນດາບັນຫາສໍາຄັນ, ມີຂໍ້ຕິດຂັດຫຼາຍຢ່າງທີ່ຍັງບໍ່ທັນແກ້ໄຂໄດ້ໃນຂອບເຂດ WIPO.

leftcenterrightdel
ທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ (ນັ່ງຢູ່ແຖວໜ້າ, ຜູ້ທີ່ໜຶ່ງແຕ່ຊ້າຍ ຫາຂວາ) ພ້ອມກັບຄະນະຜູ້ແທນກະຊວງວິທະຍາສາດ ແລະເຕັກໂນໂລຢີ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 49,  ສະມັດຊາໃຫຍ່ WIPO. ພາບ: TTXVN

ນັກຊ່ຽວຊານຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ເລື່ອງທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ ໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ WIPO ເປັນຂີດໝາຍສໍາຄັນໃນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ຊ່ວຍຍົກສູງຮູບພາບ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີປາໄສ WIPO ເວົ້າສະເພາະ ແລະໃນເວທີສາກົນ ເວົ້າລວມ.

ກ່ອນທີ່ກາຍເປັນຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ, ທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ ເຄີຍດໍາລົງຕໍາແໜ່ງ: ຫົວໜ້າກົມກົງສຸນ (ກະຊວງການຕ່າງປະເທດ), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ຝະລັ່ງ, ທັງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສ.ປອກຕຸຍການ, ໂມນາໂກ, ອັງໂດຣາ, ສ. ອາຟະລິກາກາງ.

ໃນຊຸມປີເຮັດວຽກຢູ່ຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ ຕັ້ງໜ້າຂົນຂວາຍນໍາບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຈາກຕ່າງປະເທດມາໝູນໃຊ້ຢູ່ ຫວຽດນາມ, ວຽກງານເກັບກູ້ລະເບີດບໍ່ທັນແຕກກໍ່ຄືຮຽກຮ້ອງໜູນຊ່ວຍແມ່ຍິງ, ພິເສດແມ່ນແມ່ຍິງເຂດແຄມທະເລ, ເປົ້າໝາຍຖືກສ່ຽງໄພສູງກວ່າເພິ່ນ. ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະໄພທໍາມະຊາດ. ໂດຍແມ່ນນັກການທູດທີ່ເກັ່ງກ້າສາມາດ, ມີຫຼາຍປີຕິດພັນກັບປະເທດ ຝະລັ່ງ, ທ່ານເອກອັກຄະລັດຖະທູດ ເຢືອງຈິຢູ໋ງ ເປັນກຽດໄດ້ຮັບຫຼຽນໄຊວິລະກຳແຫ່ງຊາດຂອງຝະລັ່ງ ໃນເດືອນເມສາ 2015.

 

ແປໂດຍ: ຫງວຽນກຸກ