ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ, ໃນວັນທີ 6 ກັນຍາ, ທີ່ນະຄອນຫຼວງ Budapest, ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Gergely Gulyas, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະການນໍາທົ່ວປະເທດ-ພັກພັນທະມິດພົນລະເມືອງ ຮຸງກາຣີ (FIDESZ). 

ທີ່ການພົບປະເຈລະຈາ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການເພີ່ມທະວີການພົວພັນກັບບັນດາພັກການເມືອງ, ໃນນັ້ນມີພັກກໍາອໍານາດ FIDESZ, ກໍ່ຄືຕໍ່ລັດ, ສະພາແຫ່ງຊາດ ແລະປະຊາຊົນ ຮຸງກາຣີ. ທ່ານ Gergely Gulyas ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຫັນບັນດາການພົວພັນກັບສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ສູ້ຊົນເພື່ອກາຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງພັກກໍາອໍານາດຢູ່ສອງປະເທດກວ່າອີກ, ທ່ານນາງ ເຈືອງທິມາຍ ແລະທ່ານ Gergely Gulyas ໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກ FIDESZ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະທ່ານ Gergely Gulyas ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະການນໍາທົ່ວປະເທດ-ພັກພັນທະມິດພົນລະເມືອງ ຮຸງກາຣີ ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກ FIDESZ. ພາບ: TTXVN

ໃນວັນດຽວກັນ, ທີ່ການພົບປະແລກປ່ຽນຄໍາຄິດຄໍາເຫັນກັບທ່ານ Hungary Szijjarto Peter, ລັດຖະມົນຕີກະຊວງການຕ່າງປະເທດ ຮຸງກາຣີ, ທ່ານນາງ ເຈືອງທິມາຍ ຕີລາຄາສູງຄວາມໝາຍຂອງການລົງນາມໃນສັນຍາແມ່ກ່ຽວກັບການຮ່ວມມືດ້ານສິນເຊື່ອທີ່ມີມູນຄ່າ 440 ລ້ານ EUR  ເຊິ່ງ ຮຸງກາລີ ສະຫງວນໃຫ້ແກ່ ຫວຽດນາມ ໃນສະພາບທີ່ ຮຸງກາລີ ຍັງປະສົບກັບຄວາມຫຍຸ້ງຍາກ. ທ່ານ Hungary Szijjarto ໃຫ້ຮູ້ວ່າ ຮຸງກາຣີ ຖື ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ການພົວພັນດ້ານເສດຖະກິດ-ການຄ້າ ລະຫວ່າງ ຮຸງກາຣີ ແລະຫວຽດນາມ ໄດ້ເພີ່ມຂຶ້ນພໍສົມຄວນໃນໄລຍະຜ່ານມາ, ປີ 2016 ບັນລຸ 226 ລ້ານ USD, ເພີ່ມຂຶ້ນ 36,28% ເມື່ອທຽບໃສ່ປີ 2015. ເຖິງຢ່າງໃດກໍ່ຕາມ, ໝາກຜົນນີ້ຍັງຈຳກັດຢູ່, ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດເທື່ອ. ຕາມທ່ານແລ້ວ, ການຢ້ຽມຢ້າມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຮຸງກາຣີ ໃນທ້າຍເດືອນກັນຍານີ້ຈະເປັນການພັກດັນໃຫ້ສາຍພົວພັນດ້ານເສດຖະກິດ-ການຄ້າ ລະຫວ່າງສອງປະເທດ.

 

ແປໂດຍ: ທູຈາງ