ຂອງຂວັນນີ້ໄດ້ຮັບການປະກາດໃນການຢ້ຽມຢາມ ກູບາ ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໃນເດືອນພະຈິກ 2016. ແລກປ່ຽນກ່ອນພິທີເຊັນມອບຮັບ, ທ່ານ ເລວັນເທີ່ຍ ຮອງຫົວໜ້າກົມໃຫຍ່ຄັງແຮແຫ່ງລັດ ຫວຽດນາມ, ໄດ້ທົບຫວນຄືນບັນດາການຊ່ວຍເຫຼືອທາງດ້ານວັດຖຸ ແລະຈິດໃຈທີ່ລໍ້າຄ່າເຊິ່ງປະຊາຊົນ ກູບາ ອ້າຍນ້ອງໄດ້ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານຈັກກະພັດ ອາເມລິກາ, ທ້ອນໂຮມປະເທດຊາດເປັນເອກະພາບ; ພ້ອມກັນນັ້ນກໍ່ເນັ້ນໜັກເຖິງນໍ້າໃຈສັດຊື່ບໍລິສຸດ ແລະການສະໜັບສະໜູນອັນບໍລິສຸດຜຸດຜ່ອງຂອງພັກ, ລັດ, ປະຊາຊົນ ຫວຽດນາມ ຕໍ່ພາລະກິດປະຕິວັດຂອງປະຊາຊົນ ກູບາ.

leftcenterrightdel
ທ່ານ Raul Castro ປະທານປະເທດ ກູບາ ຕ້ອນຮັບທ່ານ ເຈິ່ນດ້າຍກວາງ ປະທານປະເທດ ຫວຽດນາມ  ໃນວັນທີ 17 ພະຈິກ 2016. ພາບ: Reuters

ທ່ານ Alejandro Mustelier Zamora ຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ຂາເຂົ້າຂາອອກສະບຽງອາຫານ ກູບາ (Alimport) ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຂອງຂວັນທີ່ແທດຈິງ ແລະຕີລາຄາວ່ານີ້ແມ່ນສັນຍາລັກແຫ່ງຄວາມລະອຽດກວ່າຂອງນໍ້າໃຈມິດຕະພາບສະໜິດຕິດພັນຢ່າງໜຽວແໜ້ນລະຫວ່າງສອງພັກ, ສອງລັດ ແລະສອງປະເທດ ຫວຽດນາມ-ກູບາ. ທ່ານ Mustelier ກໍ່ເນັ້ນໜັກເຖິງຄວາມໝາຍຂອງຂອງຂວັນສຳລັບປະຊາຊົນບັນດາແຂວງພາກຕາເວັນອອກ ກູບາ ເຊິ່ງແມ່ນບ່ອນທີ່ຖືກຜົນກະທົບຈາກລົມພະຍຸໃຫຍ່ໃນທ້າຍປີກາຍ. ກ່ອນນັ້ນ, ກຳປັ່ນຂົນສົ່ງເຂົ້າສານດັ່ງກ່າວໄດ້ເຂົ້າທຽບທ່າກໍາປັ່ນນະຄອນ Santiago de Cuba, ທາງທິດຕາເວັນອອກ ກູບາ ແລະໄດ້ມອບສົ່ງໃຫ້ແກ່ຝ່າຍເພື່ອນມິດ.

ແປໂດຍ: ຈາງຫງວຽນ