ສິ່ງທີ່ເປັນໜ້າວິຕົກກັງວົນກ່ວາ ແລະກາຍເປັນກຳລັງກີດຂວາງບໍ່ແມ່ນໜ້ອຍໃນການຕໍ່ສູ້ລົບລ້າງການເຊື່ອຖືງົມງວາຍນັ້ນແມ່ນບັນດາພະນັກງານ, ສະມາຊິກພັກພາກສ່ວນໜຶ່ງເປັນຈຳນວນບໍ່ໜ້ອຍເຂົ້າຮ່ວມອະນຸໂລມໂດຍກົງໃຫ້ແກ່ການເຊື່ອຖືງົມງວາຍນີ້.

ການເຊື່ອຖືງົມງວາຍ-ພະຍາດຮ້າຍແຮງ

ທວນຄືນຫຼັງຊຸມປີຜ່ານມາ, ພວກເຮົາເຫັນໄດ້ວ່າພື້ນຖານເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມພາຍໃຕ້ການນຳພາຂອງພັກໄດ້ສ້າງເປັນບາດກ້າວພັດທະນາໃໝ່, ບັນດາຜົນງານສຳຄັນຂອງປະເທດ. ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ວັດທະນະທຳ-ສັງຄົມມີບັນດາບາດກ້າວພັດທະນາຢ່າງແຮງ. ແຕ່ວ່າຄຽງຂ້າງບັນດາການເຄື່ອນເໜັງຢ່າງຕັ້ງໜ້າເປັນພື້ນຖານ, ບັນດາການກະທົບສິ່ງຫຍໍ້ທໍ້ຈາກກົນໄກຕະຫຼາດເຂົ້າສູ່ຊີວິດທາງດ້ານວັດທະນະທຳ-ສັງຄົມກໍ່ບໍ່ແມ່ນໜ້ອຍ, ໃນນັ້ນຈະແຈ້ງທີ່ສຸດແມ່ນໄພເຊື່ອຖືງົມງວາຍພວມມີທ່າອ່ຽງເພີ່ມຂຶ້ນພິເສດການຟື້ນຟູຂອງຫຼາຍຮີດຄອງປະເພນີຫຼ້າຫຼັງ ແລະບັນດາຮູບການດຳເນີນຊີວິດການເຫຼື້ອມໃສ, ເຊື່ອຖືສາສະໜາທີ່ຫຼ້າຫຼັງ, ການປະກົດຕົວຂອງສາສະໜາໃໝ່. ບັນດາການເຄື່ອນໄຫວມີລັກສະນະເຊື່ອຖືງົມງວາຍຄື: ການດູມໍ, ສູ່ຂວັນ, ລ້ຽງຜີ... ເຄີຍຖືກຍູ້ຖອຍແລ້ວແຕ່ປະຈຸບັນມີທ່າອ່ຽງພັດທະນາຄືນໃໝ່ນັບມື້ນັບແນບນຽນ ແລະຄວບຄຸມຍາກ. ມີຫຼາຍຄົນເຊື່ອວ່າມີ ເທວະດາ, ຜີສາງນາງໄມ້ ແລະກຳລັງອະພິທຳມະຊາດມີຄວາມສາມາດຈັດແຕ່ງ, ດັດປັບຊີວິດຂອງມະນຸດ, ສະນັ້ນເຂົາເຈົ້າບໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ອອກແຮງທຳມາຫາກິນຫາກພຽງແຕ່ເອົາໃຈໃສ່ເຖິງການເຊື້ອເຊີນໝໍຜີມາທຳພິທີບູຊາ. ຫຼາຍຄົນມີພະຍາດແຕ່ບໍ່ໄປໂຮງ ໝໍປິ່ນປົວຫາກພຽງແຕ່ຄິດເຖິງເລື່ອງເຊີນໝໍຜີ, ໝໍເຢົາເທົ່ານັ້ນ. ມີຫຼາຍຮີດຄອງປະເພນີ, ຊີວິດດ້ານວັດທະນະທຳ, ງານບຸນອັນດີງາມຂອງປະຊາຄົມຖືກສວຍໃຊ້, ເສກສັນປັ້ນແຕ່ງເພີ່ມເຕີມບັນດາປັດໄຈເຊື່ອຖືງົມງວາຍຕື່ມບໍ່ສອດຄ່ອງກັບຮີດຄອງປະເພນີ ແລະແບບແຜນດຳລົງຊີວິດທີ່ດີງາມຂອງຊົນຊາດ. ຫຼາຍພິທີງານບຸນ, ຮູບການເຫຼື້ອມໃສ, ເຊື່ອຖືສາສະໜາແບບສັດຈະທຳກໍ່ຖືກປ່ຽນຮູບເປັນການເຊື່ອຖືງົມງວາຍ, ບໍ່ມີຄວາມໝາຍຄືເມື່ອກ່ອນ, ກາຍເປັນບ່ອນຊື້ຂາຍເທວະດາພະເຈົ້າ ແລະກໍ່ຍ້ອນການເຊື່ອຖືງົມງວາຍນັ້ນໃນສັງຄົມຈຶ່ງປະກົດມີບັນດາສາສະໜາບໍ່ດີ, ບັນດາສາສະໜາໃໝ່ທີ່ເຄື່ອນໄຫວຢ່າງຜິດກົດໝາຍ.

leftcenterrightdel
ພາບປະກອບຄັດຈາກ qdnd.vn

ສິ່ງທີ່ໜ້າເປັນຫ່ວງເຖິງວ່າສັງຄົມນັບມື້ນັບກ້າວໜ້າ, ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ແຕ່ວ່າໄພເຊື່ອຖືງົມງວາຍພັດມີທ່າອ່ຽງເພີ່ມຂຶ້ນ, ແຜ່ຂະຫຍາຍຢ່າງກວ້າງຂວາງ. ຕ່າງກັບເມື່ອກ່ອນພຽງແຕ່ສຸມໃສ່ຢູ່ເຂດຊົນນະບົດ, ເຂດພູດອຍຂຶ້ນກັບພາກສ່ວນມີລາຍຮັບຕ່ຳ, ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈປະສົບກັບຄວາມຫຍຸ້ງຍາກ, ຄວາມຮັບຮູ້ຖືກຈຳກັດ, ແຕ່ວ່າໃນປະຈຸບັນການເຊື່ອຖືງົມງວາຍພັດມີທ່າອ່ຽງພັດທະນາຢ່າງແຮງຢູ່ເຂດຕົວເມືອງ, ໃນຊົນຊັ້ນທີ່ມີລະດັບຄວາມຮູ້ສູງ, ຊີວິດການເປັນຢູ່ທີ່ມີຢູ່ມີກິນ. ສິ່ງທີ່ອັນຕະລາຍກ່ວານັ້ນແມ່ນມີພະນັກງານ, ສະມາຊິກພັກພາກສ່ວນໜຶ່ງທີ່ບໍ່ໜ້ອຍໄດ້ອະນຸໂລມໃຫ້ໄພຫຍໍ້ທໍ້ດັ່ງກ່າວ. ຫາງສຽງບໍ່ທັນລືມເລື່ອງລາວເກີດຂຶ້ນກ່ອນນີ້ກ່ອນ 3 ປີ, ຢູ່ຕາແສງ ຕາມຫຽບ, ເມືອງ ຟຸກທໍ້ (ຮ່າໂນ້ຍ), ມີພໍ່, ລູກ ສອງຄົນລ້ວນແຕ່ແມ່ນສະມາຊິກພັກ, ພະນັກງານຂັ້ນຮາກຖານແຕ່ວ່າໄດ້ສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເພື່ອປະຕິບັດການດູໝໍຢູ່ເຮືອນຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ. ກໍ່ຄືເລື່ອງຫວ່າງແລ້ວນີ້ຢູ່ໂຮງໝໍ ເມືອງ ອຽນແທ່ງ, ແຂວງ ເງະອານ, ມີພະນັກງານວິຊາການເຕັກນິກຜູ້ໜຶ່ງໄດ້ສວຍໃຊ້ການຂາດຄວາມຮູ້ຂອງຄົນເຈັບ ແລະປະຊາຊົນ, ໄດ້ອ້າງຕົນວ່າແມ່ນ “ໝໍດູກວາງຈຸ້ຍ ມີຄວາມສາມາດມະຫັດສະຈັນ” ເພື່ອປະຕິບັດການເຊື່ອຖືງົມງວາຍແນໃສ່ຫາປະໂຫຍດສ່ວນຕົວ... ພະນັກງານ, ສະມາຊິກພັກ, ລັດຖະກອນເຊື່ອຖືການດູໝໍ, ວາດສະໜາຈະເຮັດໃຫ້ປະຊາຊົນເຊື່ອຖືໄປນຳສະນັ້ນການເຊື່ອຖືງົມງວາຍໄດ້ກາຍເປັນພະຍາດທີ່ຮ້າຍແຮງໃນສັງຄົມ.

ການເຊື່ອຖືງົມງວາຍມີຜົນສະທ້ອນບໍ່ດີເຖິງຫຼາຍຂົງເຂດ

ເຖິງວ່າບໍ່ທັນແມ່ນຄວາມສ່ຽງໂດຍກົງທີ່ນາບຂູ່ເຖິງການຄົງຕົວຂອງພັກ, ຂອງລະບອບ, ແຕ່ວ່າການເຊື່ອຖືງົມງວາຍມີຜົນສະທ້ອນບໍ່ດີເຖິງຫຼາຍຂົງເຂດໃນສັງຄົມ. ໄພເຊື່ອຖືງົມງວາຍໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ ແລະຜົນຮ້າຍຢ້ອນຫຼັງບໍ່ດີເຖິງສຸຂະພາບ, ເວລາ, ເງິນຄຳ, ຊີວິດໃຫ້ສ່ວນບຸກຄົນ, ຄອບຄົວ ແລະສັງຄົມ. ບໍ່ທັນມີການສະຖິຕິລາຍລະອຽດໃດເທື່ອແຕ່ວ່າຕາມຂໍ້ສັງເກດຂອງນັກຊ່ຽວຊານ, ນັກຄົ້ນຄ້ວາຫຼາຍຄົນແລ້ວ, ຄິດໄລ່ສະເລ່ຍແຕ່ລະລະດູງານບຸນມີເງິນສົດນັບສິບຕື້ດົ່ງຖືກຈູດເຜົາພ້ອມກັບເຄື່ອງປອມ ແລະໃຊ້ຈ່າຍໃຫ້ບັນດາການເຄື່ອນໄຫວຊື້ຂາຍເທວະດາ, ຟ້າແຖນ, ເຊື່ອຖືງົມງວາຍ. ກໍ່ຍ້ອນວ່າການເຊື່ອຖືງົມງວາຍໄດ້ເຮັດໃຫ້ຫຼາຍຄອບຄົວຕ້ອງຕົກຢູ່ໃນສະພາບການພັດພາກຈາກກັນ, ເສດຖະກິດຖືກຊຸດໂຊມ... ບໍ່ພຽງແຕ່ຄືດັ່ງກ່າວ, ການເຊື່ອຖືງົມງວາຍຍັງສາມາດແຊກຊຶມເຂົ້າແນວຄິດຂອງພະນັກງານ, ສະມາຊິກພັກ, ເຮັດໃຫ້ອຸດົມຄະຕິຂອງພະນັກງານ, ສະມາຊິກພັກຖືກຈາງຫາຍໄປ, ເຈດຈຳນົງຖືກຊຸດໂຊມ, ທັດສະນະ, ຫຼັກໝັ້ນປະຕິວັດຖືກປ່ຽນແປງ.

ພິເສດ, ເມື່ອບັນດາອິດທິກຳລັງເປັນປໍລະປັກ, ພາກສ່ວນສວຍໂອກາດດ້ານການເມືອງປະຕິການສວຍໃຊ້ການເຊື່ອຖືງົມງາວຍເພື່ອມ້າງເພທຳລາຍ, ສິ່ງດັ່ງກ່າວຍັງກໍ່ສະພາບການສັບສົນໃຫ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສົ່ງຜົນສະທ້ອນບໍ່ດີເຖິງຊີວິດການເປັນຢູ່ດ້ານຈິດໃຈສັງຄົມ, ແນວຄິດ, ອາລົມຈິດຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນ. ສະພາບພະນັກງານ, ສະມາຊິກພັກພາກສ່ວນໜຶ່ງເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອຖືງົມງວາຍແມ່ນປະກົດການລະອຽດກ່ຽວກັບການຊຸດໂຊມດ້ານຄຸນສົມບັດ, ແບບແຜນດຳລົງຊີວິດ, ເຮັດໃຫ້ກຳລັງແຮງສູ້ຮົບ ແລະອິດທິພົນຊື່ສຽງນຳພາຂອງພັກໃນໝູ່ປະຊາຊົນຫຼຸດຜ່ອນລົງ. ມະຕິກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ (ສະໄໝ XII) ກ່ຽວກັບການເພີ່ມທະວີກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ ແລະຍູ້ຖອຍສະພາບຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ “ການຜັນປ່ຽນໂດຍຕົນເອງ”, “ການປ່ຽນແປງໂດຍຕົນເອງ” ຢູ່ພາຍໃນ, ໄດ້ຊີ້ແຈ້ງໜຶ່ງໃນ 9 ປະກົດການກ່ຽວກັບການຊຸດໂຊມດ້ານຄຸນສົມບັດ, ແບບແຜນດຳລົງຊີວິດແມ່ນ: “ການພະນັນ, ກິນເຫຼົ້າເມົາມົວ, ການເຊື່ອຖືງົມງວາຍ, ການສະໜັບສະໜູນ ຫຼື ເຂົ້າຮ່ວມບັນດາອົງການຈັດຕັ້ງສາສະໜາຜິດກົດໝາຍ. ເຂົ້າຮ່ວມບັນດາໄພສັງຄົມ, ລະເມີດຮີດຄອງປະເພນີ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ.

ກ່ອນອື່ນໝົດຕ້ອງສະກັດກັ້ນການເຊື່ອຖືງົມງວາຍໃນໝູ່ພະນັກງານ, ສະມາຊິກພັກ

ກໍ່ສ້າງພື້ນຖານວັດທະນະທຳກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຊີວິດການເປັນຢູ່ດ້ານຈິດໃຈທີ່ມີຫຼາຍຮູບຫຼາຍແບບ, ປອດໃສ, ສີວິໄລທັງແມ່ນເປົ້າໝາຍ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ. ສະນັ້ນບໍ່ວ່າໃນສະພາວະການໃດ, ຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນກໍ່ຕ້ອງແມ່ນຜູ້ນຳໜ້າໃນການເຊື່ອມຊຶມ, ຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດກ່ຽວກັບການຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ ແລະບັນດາມາດຕະການຕໍ່ສູ້ສະກັດກັ້ນ ແລະຍູ້ໄພເຊື່ອຖືງົມງວາຍໃຫ້ຖອຍໄປ.

ນັບແຕ່ເມື່ອຫາກໍ່ຍາດໄດ້ເອກະລາດ, ພັກ ແລະລັດໄດ້ຖືເປັນສຳຄັນພິເສດບັນຫາຕໍ່ສູ້ລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ໄພເຊື່ອຖືງົມງວາຍ, ເສດເຫຼືອຂອງລະບອບລ່າເມືອງຂຶ້ນ, ສັກດີນາພາຍໃນພັກ, ໃນສັງຄົມ. ຜ່ານແຕ່ລະໄລຍະປະຕິວັດ, ພັກ ແລະລັດລ້ວນແລ້ວແຕ່ມີບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍເໝາະສົມເພື່ອທັງຕໍ່ສູ້ລົບລ້າງໄພເຊື່ອຖືງົມງວາຍແຕ່ຍັງຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ.

ຄຽງຂ້າງກັບການເພີ່ມທະວີວຽກງານຄຸ້ມຄອງ, ຕິດຕາມກວດກາ, ແຕ່ລະອົງການ, ກົມກອງ, ທ້ອງຖິ່ນແມ່ນຕ້ອງເປີດກ້ວາງປະຊາທິປະໄຕ, ປັບໄໝລົງໂທດບັນດາພະນັກງານ, ສະມາຊິກພັກທີ່ມີປະກົດການເຊື່ອຖືງົມງາວຍຢ່າງເຂັ້ມງວດ. ພັກ ແລະລັດ ໄດ້ປະກາດໃຊ້ຫຼາຍຄຳສັ່ງ, ມະຕິ ເພື່ອຊີ້ນຳ, ນຳພາການຕໍ່ສູ້ສະກັດກັ້ນ, ຍູ້ໄພເຊື່ອຖືງົມງວາຍໃຫ້ຖອຍໄປ. ບົດບາດນຳໜ້າເປັນແບບແຜນຂອງຖັນແຖວພະນັກງານ, ສະມາຊິກພັກແມ່ນປັດໄຈສຳຄັນທີ່ສຸດ ເພື່ອໃຫ້ບັນດາຄຳສັ່ງ, ມະຕິດັ່ງກ່າວເຂົ້າສູ່ຊີວິດການເປັນຢູ່ ແລະບັນລຸໄດ້ປະສິດທິຜົນຢ່າງແທດຈິງ. ເພື່ອຊ່ວຍພະນັກງານ, ສະມາຊິກພັກເຮັດວຽກງານດັ່ງກ່າວເປັນຢ່າງດີ, ບັນດາອົງການກ່ຽວຂ້ອງຕ້ອງສະໜອງຂໍ້ມູນຂ່າວສານ, ເອກະສານວິໄຈຢ່າງຈະແຈ້ງກ່ຽວກັບລັກສະນະຝືນວິທະຍາສາດ, ການຜັນແປສະພາບການຕໍ່ສູ້ສະກັດກັ້ນ, ຍູ້ໄພເຊື່ອຖືງົມງວາຍໃຫ້ຖອຍໄປ ແລະບັນດາຜົນສະທ້ອນທີ່ຫຍໍ້ທໍ້ຂອງມັນເຖິງແຕ່ລະຄົນ, ແຕ່ລະຄອບຄົວ ແລະທົ່ວສັງຄົມເປັນປະຈຳ.

 

ແປໂດຍ: ຮຸຍດົງ