ຕາມຄະນະສາສະໜາລັດຖະບານ, ຄາດຄະເນວ່າ, ປະຈຸບັນ 95% ຈຳນວນພົນລະເມືອງ ຫວຽດນາມ ແມ່ນມີການເຫຼື້ອມໃສ, ສາສະໜາ ແລະຫວຽດນາມ ແມ່ນປະເທດທີ່ມີຫຼາຍຮູບການເຫຼື້ອມໃສສາສະໜາ. ສະເພາະສາສະໜາ, ຫວຽດນາມ ມີ 15 ສາສະໜາດ້ວຍ 41 ອົງການສາສະໜາເຊິ່ງລັດຖະບານໄດ້ຮອງຮັບ ແລະອອກທະບຽນເຄື່ອນໄຫວ, ມີສາສະນິກະຊົນກວ່າ 24,3 ລ້ານຄົນ (ກວມເອົາປະມານ 27%), ຈຳນວນພົນລະເມືອງໃນທົ່ວປະເທດ, ມີກ່ວາ 53.000 ຍົດສັກຕໍາແໜ່ງ, ນັກບວດ ແລະເກືອບ 28.000 ສະຖານທີ່ບູຊາ. ບັນດາສາສະໜາໃຫຍ່ແມ່ນມີຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ການເຄື່ອນໄຫວເຫຼື້ອມໃສ, ສາສະໜາຫຼາຍຢ່າງໄດ້ດຳເນີນໄປຢ່າງຟົດຟື້ນ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ກັບບັນດາຜູ້ແທນສະພາສົງ, ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ສິດເສລີໃນການເຫຼື້ອມໃສ, ສາສະໜາແມ່ນໜຶ່ງໃນບັນດາສິດພື້ນຖານຂອງມະນຸດ, ຖືກລະບຸໄວ້ໃນກົດໝາຍສາກົນກ່ຽວກັບສິດທິມະນຸດກໍ່ຄືໃນກົດໝາຍຂອງຫຼາຍປະເທດໃນໂລກ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ແມ່ນເຄົາລົບ ແລະຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງປະຊາຊົນ. ສິດດັ່ງກ່າວໄດ້ສະແດງອອກຢ່າງຈະແຈ້ງໃນບັນດາທັດສະນະ, ແຜນນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະໄດ້ຮັບປະກັນປະຕິບັດໃນພຶດຕິກຳຕົວຈິງ.

ພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ: “ການເຫຼື້ອມໃສ, ສາສະໜາແມ່ນຄວາມຕ້ອງການທາງດ້ານຈິດໃຈຂອງປະຊາຊົນພາກສ່ວນໜຶ່ງ. ກຳລັງ ແລະຈະຄົງຕົວພ້ອມກັບຊົນຊາດໃນວິວັດແຫ່ງການກໍ່ສ້າງລັດທິສັງຄົມນິຍົມຢູ່ ຫວຽດນາມ”. ຕາມນັ້ນແລ້ວ, ພັກ ແລະລັດຫວຽດນາມ “ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບ ແລະຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ". ບັນດາສາສະໜາເຄື່ອນໄຫວໃນຂອບເຂດກົດໝາຍ ແລະມີຄວາມສະເໝີຕໍ່ກົດໝາຍ.

ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍດັ່ງກ່າວ, ໃນຊຸມປີຜ່ານມາເລື່ອງຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງເຊິ່ງໄດ້ຮັບການສັນລະເສີນຈາກປະຊາຄົມສາກົນ.

ທີໜຶ່ງ, ຫວຽດນາມ ໄດ້ກໍ່ສ້າງ ແລະປັບປຸງສຳເລັດລະບົບກົດໝາຍກ່ຽວກັບການເຫຼື້ອມໃສ, ສາສະໜາ. ນີ້ແມ່ນບາດກ້າວສຳຄັນທີ່ສຸດເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວເຫຼື້ອມໃສ, ສາສະໜາ. ໂດຍແມ່ນປະເທດສະມາຊິກຂອງບັນດາສົນທິສັນຍາສາກົນທີ່ສຳຄັນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເຄົາລົບ ແລະຮັບປະກັນບັນດາສິດເຊິ່ງໄດ້ຮັບການຮັບຮອງໃນບັນດາສົນທິສັນຍາໃຫ້ປະຊາຊົນດ້ວຍບັນດາການເຄື່ອນໄຫວນິຕິບັນຍັດແນໃສ່ປະຕິບັດບັນດາສິດທິມະນຸດເຊິ່ງສົນທິສັນຍາຕ່າງໆໄດ້ຮັບຮອງແລ້ວຢ່າງມີປະສິດທິຜົນ.

ລະບົບກົດໝາຍກ່ຽວກັບການເຫຼື້ອມໃສ, ສາສະໜາ ໄດ້ຮັບການປັບປຸງ, ເພີ່ມເຕີມ ແລະສຳເລັດຢ່າງບໍ່ຢຸດຢັ້ງ. ເອກະສານນິຕິກຳປັບປຸງຂົງເຂດເຫຼື້ອມໃສ, ສາສະໜາບໍ່ພຽງແຕ່ເພີ່ມຂຶ້ນຢ່າງໄວດ້ານຈຳນວນເທົ່ານັ້ນ, ຫາກຍັງອຸດົມສົມບຸນ ແລະຫຼາຍຮູບຫຼາຍແບບກ່ຽວກັບຮູບການເພື່ອສອດຄ່ອງກັບສະພາບຕົວຈິງ.

ທີສອງ, ເພື່ອຫັນເປັນກົດໝາຍຂໍ້ກຳນົດຂອງລັດຖະທຳມະນູນ 2013 ພ້ອມທັງແກ້ໄຂບັນດາຂໍ້ຈຳກັດຂອງລັດຖະບັນຍັດວ່າດ້ວຍການເຫຼື້ອມໃສ, ສາສະໜາພາຍຫຼັງ 10 ປີແຫ່ງການປະຕິບັດ, ກອງປະຊຸມສະໄໝສາມັນເທື່ອທີສອງຂອງສະພາແຫ່ງຊາດ ຊຸດທີ 14 ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ, ເຊິ່ງເລີ່ມມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ, ນີ້ແມ່ນເທື່ອທຳອິດທີ່ສິດເສລີໃນການເຫຼື້ອມໃສ, ສາສະໜາໄດ້ຫັນເປັນກົດໝາຍຢ່າງລະອຽດ, ຄົບຖ້ວນທີ່ມີຫຼາຍຈຸດໃໝ່ເມື່ອທຽບໃສ່ກັບລັດຖະບັນຍັດວ່າດ້ວຍການເຫຼື້ອມໃສ, ສາສະໜາ ປີ 2014.

ພິເສດ, ເປັນເທື່ອທຳອິດໃນປະຫວັດສາດກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ ໄດ້ກຳນົດວ່າ “ຜູ້ຖືກກັກຕົວ, ກັກຂັງຊົ່ວຄາວ, ຜູ້ກຳລັງຢູ່ໃນໂຮງຮຽນດັດສ້າງ, ຮາກຖານສຶກສາບັງຄັບ, ສູນບຳບັດຢາເສບຕິດບັງຄັບມີສິດນຳໃຊ້ປື້ມຄຳພີ, ເພື່ອສະແດງຄວາມເຊື່ອຖືການເຫຼື້ອມໃສ, ສາສະໜາ”.

ເປັນອັນວ່າ, ລັດໄດ້ຮັບປະກັນ, ປະຕິບັດ ແລະປົກປ້ອງສິດເສລີໃນການເຫຼື້ອມໃສ, ສາສະໜານັບທັງຜູ້ກະທຳຜິດທີ່ພວມປະຕິບັດຄຳສັ່ງຂອງສານ. ນີ້ແມ່ນການສະແດງໃຫ້ເຫັນຢ່າງຄົບຖ້ວນທີ່ສຸດກ່ຽວກັບສິດເສລີໃນການເຫຼື້ອມໃສ, ສາສະໜາ, ກ່ອນອື່ນໝົດແມ່ນສິດທິມະນຸດ.

ທີສາມ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍສຳຄັນໃນການຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງປະຊາຊົນໃນພຶດຕິກຳຕົວຈິງ. ລັດຫວຽດນາມ ໄດ້ມີຫຼາຍແຜນນະໂຍບາຍ, ນະໂຍບາຍເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງປະຊາຊົນເຊື່ອຖືສາສະໜາ. ຕາມນັ້ນແລ້ວ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະບັນດາທ້ອງຖິ່ນໄດ້ຫັນແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດເປັນລະອຽດດ້ວຍຫຼາຍລາຍການເຄື່ອນໄຫວ ແລະແຜນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສຸມໃສ່ແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມ, ພັດທະນາວັດທະນະທຳ, ສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວເຫຼື້ອມໃສ, ສາສະໜາຂອງປະຊາຊົນເຊື່ອຖືສາສະໜາ.

ບັນດາການເຄື່ອນໄຫວເຫຼື້ອມໃສ, ສາສະໜາໃນຊຸມປີຜ່ານມາ, ໄດ້ສະແດງໃຫ້ເຫັນສະພາບຕົວຈິງດັ່ງກ່າວ, ເລື່ອງສະແດງຄວາມເຊື່ອຖື, ພິທີການ, ງານບຸນສາສະໜາໄດ້ດຳເນີນເປັນປົກກະຕິ, ພິເສດແມ່ນໃນໂອກາດງານບຸນໃຫຍ່. ບັນດາວັນບຸນສຳຄັນຂອງສາສະໜາຕ່າງໆທີ່ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດນັບມື້ນັບໃຫຍ່, ດຶງດູດສາສະນິກກະຊົນຫຼາຍຄົນເຂົ້າຮ່ວມດ້ວຍຄວາມມ່ວນຊື່ນ, ອຸ່ນອ່ຽນໃຈ, ໄວ້ວາງໃຈຕໍ່ນະໂຍບາຍສາສະໜາຂອງພັກ, ລັດ. ຍິ່ງກ່ວານັ້ນ, ບັນດາອົງການສາສະໜາຢູ່ ຫວຽດນາມ ມີສິດ ແລະລັດ ໄດ້ສ້າງເງື່ອນໄຂເປີດໂຮງຮຽນບຳລຸງສ້າງບັນດາຜູ້ເຄື່ອນໄຫວສາສະໜາ; ຕາມກົດບັດຂອງບັນດາສາສະໜາ ແລະຂໍ້ກຳນົດຂອງກົດໝາຍ; ບັນດາຍົດສັກຕໍາແໜ່ງ, ນັກບວດກໍ່ມີສິດເຂົ້າຮ່ວມການຄຸ້ມຄອງລັດ ແລະສັງຄົມ, ມີສິດສະໝັກຮັບເລືອກຕັ້ງເຂົ້າສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນຄືພົນລະເມືອງທຸກຄົນຕາມກຳນົດຂອງກົດໝາຍ...

ເປັນອັນວ່າການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ ໄດ້ຮັບການພັດທະນາພ້ອມກັບການພັດທະນາຂອງຊາດ. ໃນການພັດທະນາທີ່ອຸດົມສົມບຸນນັ້ນ, ບົດບາດຂອງພັກ ແລະລັດຫວຽດນາມ ແມ່ນເພື່ອແນໃສ່ສ້າງສະພາບແວດລ້ອມປອດໂປ່ງ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນທຸກຄົນມີສິດເສລີປະຕິບັດການເຫຼື້ອມໃສສາສະໜາຂອງຕົນສວມບົດບາດສຳຄັນທີ່ສຸດ.

 

ແປໂດຍ: ຮຸຍດົງ