“ຢູ່ ຫວຽດນາມ, ບັນດາເລື່ອງລາວກ່ຽວກັບຄວາມເຈັບປວດຈາກສົງຄາມເບິ່ງຄືວ່າຍັງໃໝ່ຢູ່. ໃນຕົວຈິງ, ຫວຽດນາມ ຍັງຕ້ອງແບກຫາບຜົນຮ້າຍຢ້ອນຫຼັງຈາກສົງຄາມຫຼາຍຢ່າງຄືວັດຖຸລະເບີດຍັງຕົກຄ້າງ ແລະບັນດາຜົນຮ້າຍທີ່ຕາມມາຍ້ອນທາດພິດສີສົ້ມກໍ່ຂຶ້ນ. ນີ້ແມ່ນເຫດຜົນເປັນຫຍັງຫວຽດນາມ ຈຶ່ງມີທັດສະນະຢ່າງແຮງ ແລະເປັນໜ້າໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງກົດໝາຍວ່າດ້ວຍມະນຸດສະທຳສາກົນ”, ທ່ານ Beat Schweizer, ຫົວໜ້າຜູ້ຕາງໜ້າພາກພື້ນຂອງຄະນະກຳມະການກາແດງສາກົນ (ICRC) ມີສຳນັກງານຕັ້ງຢູ່ ບາງກອກ (ໄທ) ຢືນຢັນວ່າທີ່ກອງປະຊຸມສຳມະນາເຊິ່ງໄດ້ຈັດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ໃນຕອນເຊົ້າວັນທີ 5 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາບັນບັນດາສົນທິສັນຍາເຊີແນວ ປີ 1949.

leftcenterrightdel
 ພາບປະກອບ. ຄັດຈາກ: baonghean.vn.

ທ່ານ Beat Schweizer ກໍ່ເນັ້ນໜັກວ່າ: “ICRC ຕີລາຄາສູງການໜູນຊ່ວຍຢ່າງຕັ້ງໜ້າ ແລະບົດບາດການນຳພາຂອງ ຫວຽດນາມ ໃນເວທີສາກົນໃນຄວາມມານະພະຍາຍາມປັບປຸງ, ພັດທະນາກົດໝາຍວ່າດ້ວຍມະນຸດສະທຳສາກົນກ່ວາອີກ”.

ເຊິ່ງແມ່ນປະເທດໄດ້ຜ່ານຜ່າປາງສົງຄາມຫຼາຍຄັ້ງ, ຫວຽດນາມ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຜົນຮ້າຍຢ້ອນຫຼັງທໍລະຫົດຂອງສົງຄາມ ແລະໃຫ້ຂໍ້ສັງເກດວ່າສົງຄາມບໍ່ພຽງແຕ່ສ້າງຄວາມເຈັບປວດໃຫ້ແກ່ປະຊາຊົນ ແລະປະເທດຊາດໃນເວລາເກີດສົງຄາມເທົ່ານັ້ນ, ຫາກຍັງປະໄວ້ໃຫ້ບັນດາຄວາມເຈັບປວດ, ບັນດາຄວາມເສຍຫາຍທີ່ບໍ່ສາມາດທົນແທນໄດ້ໃຫ້ຄົນຮຸ່ນຫຼັງອີກດ້ວຍ. ໝາກຜົນບັນດາການສຳຫຼວດໃນໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າລະເບີດ, ໝາກມິນ, ວັດຖຸລະເບີດໃນປາງສົງຄາມທີ່ຍັງຕົກຄ້າງຢູ່ທຸກແຖບຖິ່ນຂອງປະເທດຫວຽດນາມ, ໄດ້ເຮັດໃຫ້ປະຊາຊົນກ່ວາ 50.000 ຄົນເສຍຊີວິດ ແລະ 60.000 ຄົນຖືກບາດເຈັບນັບແຕ່ເມື່ອທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. ໃນຈຳນວນບັນດາຜູ້ຖືກເຄາະຮ້າຍດັ່ງກ່າວ, ຕົ້ນຕໍແມ່ນຜູ້ອອກແຮງງານຫຼັກໃນບັນດາຄອບຄົວ ແລະເດັກນ້ອຍ-ຮຸ່ນຄົນອະນາຄົດຂອງປະເທດຫວຽດນາມ. ລະເບີດ, ໝາກມິນ, ວັດຖຸລະເບີດທີ່ນອນໃນພື້ນດິນບໍ່ພຽງແຕ່ແມ່ນໄພອັນຕະລາຍຊ້ອນແຝງຕໍ່ປະຊາຊົນເທົ່ານັ້ນ, ຫາກຍັງແມ່ນຮົ້ວກີດຂວາງກ່ຽວກັບພາລະກິດພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ, ແມ່ນສາເຫດກໍ່ມົນລະມິດສິ່ງແວດລ້ອມ.

ໂດຍຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນຂອງການຮັບປະກັນສິດທິມະນຸດຕາມບັນດາມາດຕະຖານສາກົນ ແລະບັນດາສົນທິສັນຍາສາກົນກ່ຽວຂ້ອງເຖິງສິດທິມະນຸດ ແລະບັນດາບັນຫາມະນຸດສະທຳ, ວັນທີ 5 ມີຖຸນາ 1957, ທ່ານປະທານ ໂຮ່ຈິມິນ ຕາງໜ້າລັດຫວຽດນາມ ສາທາລະນະລັດ ປະຊາທິປະໄຕ, ສົ່ງຈົດໝາຍເຖິງປະທານ ສະຫະພັນ ສະວິດ, ຖະແຫຼງເຂົ້າຮ່ວມສົນທິສັນຍາເຊີແນວ ປີ 1949 ສີ່ສະບັບກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ນີ້ແມ່ນຂີດໝາຍປະຫວັດສາດສຳຄັນ, ເປັນພະຍານຫຼັກຖານໃຫ້ແກ່ທີ່ຕັ້ງສຳຄັນຂອງການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະຊຸກຍູ້ການປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນໃນນະໂຍບາຍຂອງ ຫວຽດນາມ”, ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນ.

ຫວຽດນາມ ແມ່ນຊົນຊາດແຫ່ງອະລິຍະທຳດ້ວຍມູນເຊື້ອຮັກຫອມສັນຕິພາບ, ມະນຸດສະທຳ ແລະຜ່ອນສັ້ນຜ່ອນຍາວ. ການເຄື່ອນໄຫວມະນຸດສະທຳເຊິ່ງພັກ, ລັດເອົາໃຈໃສ່ດ້ວຍບັນດາແຜນນະໂຍບາຍຍຸດທະສາດຖືກຕ້ອງ, ທັນການ, ນະໂຍບາຍລະອຽດ. ໃນໄລຍະສົງຄາມ, ດ້ວຍຖານະແມ່ນສະມາຊິກຂອງສົນທິສັນຍາເຊີແນວ ສີ່ສະບັບ ປີ 1949, ຫວຽດນາມ ໄດ້ດຳເນີນການແລກປ່ຽນຂໍ້ມູນຂ່າວສານ, ອຸປະຖຳຢຸກຢາ, ອະນາໄມນ້ຳສະອາດໃຫ້ຜູ້ຖືກບາດເຈັບ, ມອບສົ່ງຊະເລີຍເສິກ...

ໃນໄລຍະສັນຕິພາບປະຈຸບັນ, ບັນດາການເຄື່ອນໄຫວມະນຸດສະທຳຢູ່ ຫວຽດນາມ ບັນລຸໄດ້ບາງໝາກຜົນສຳຄັນ, ໂດຍສະເພາະແມ່ນໃນບັນດາຂົງເຂດປ້ອງກັນ ແລະຕ້ານໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ແລະຍົກສູງການປະພຶດມະນຸດສະທຳກັບຊາວປະມົງຢູ່ທະເລ...

ຄຽງຂ້າງກັນນັ້ນ, ເລື່ອງເພີ່ມທະວີການເຜີຍແຜ່, ໂຄສະນາກົດໝາຍວ່າດ້ວຍມະນຸດສະທຳສາກົນໃນໂຮງຮຽນ ແລະໃຫ້ແກ່ບັນດາເປົ້າໝາຍກ່ຽວຂ້ອງກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ເອົາໃຈໃສ່ຍູ້ແຮງເປັນພິເສດ. ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ICRC ໃນບັນດາການເຄື່ອນໄຫວດັ່ງກ່າວ.

ທັດສະນະຂອງລັດຫວຽດນາມ ກ່ຽວກັບບັນດາບັນຫາມະນຸດສະທຳ ຫຼື ສິດທິມະນຸດເລີ່ມຈາກມູນເຊື້ອປະຫວັດສາດ, ວັດທະນະທຳຂອງຊາດຍາມໃດກໍ່ຖືເປັນສຳຄັນການໄກ່ເກຍປອງດອງ, ຜ່ອນສັ້ນຜ່ອນຍາວ, ມະນຸດສະທຳ, ຮັກຫອມສັນຕິພາບ ແລະບັນດາມູນຄ່າວັດທະນະທຳມະນຸດ. ຫວຽດນາມ ຍາມໃດກໍ່ກຳນົດວ່າປະຊາຊົນທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງພາລະກິດພັດທະນາປະເທດຊາດ.

ທັດສະນະ, ແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບສິດທິມະນຸດໄດ້ສະແດງອອກຢູ່ຫຼາຍເນື້ອໃນ, ລວມມີສິດທິມະນຸດທີ່ກ່ຽວຂ້ອງຢ່າງສະໜິດແໜ້ນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາ.

ທັດສະນະນັ້ນໂດຍປະຊາຊົນຫວຽດນາມ ເປັນຈິດໜຶ່ງໃຈດຽວກັນສະໜັບສະໜູນຜ່ານຫຼາຍຮຸ່ນຄົນ, ຕັດສິນໃຈຍາດເອົາເອກະລາດ, ເສລິພາບ, ທ້ອນໂຮມປະເທດຊາດເປັນເອກະພາບເພື່ອໄດ້ດຳລົງຊີວິດໃນສະພາບແວດລ້ອມສັນຕິພາບ. ນັບແຕ່ເມືອສົງຄາມສິ້ນສຸດ, ການທ້ອນໂຮມປະເທດຊາດເປັນເອກະພາບ, ຄວາມສະຫງົບທາງສັງຄົມ ແລະຄວາມປອດໄພໃຫ້ປະຊາຊົນຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະລັດຫວຽດນາມ. ສະພາບແວດລ້ອມສັນຕິພາບ ແລະຄວາມສະຫງົບໄດ້ຮັບການຮັບປະກັນໃນຊຸມປີຜ່ານມາແມ່ນເງື່ອນໄຂສະດວກເພື່ອໃຫ້ພັກ, ລັດ ຫັນບັນດາແນວທາງນະໂຍບາຍພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ທຸກແຖບຖິ່ນຂອງບັນດາແຂວງ, ນະຄອນໃນທົ່ວປະເທດເປັນລະອຽດ. ບັນດາໝາກຜົນເຊິ່ງພາລະກິດປ່ຽນແປງໃໝ່ນຳມາໃຫ້ບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ນຳປະເທດຊາດກາຍເປັນປະເທດມີລາຍຮັບລະດັບປານກາງເທົ່ານັ້ນ, ຫາກຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຕີລາຄາສູງຈາກປະຊາຄົມສາກົນອີກດ້ວຍ ແລະຖືວ່າແມ່ນຮູບແບບເພື່ອໃຫ້ຫຼາຍປະເທດຖອດຖອນບົດຮຽນ.

ປະຈຸບັນ, ດ້ວຍແຜນນະໂຍບາຍຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ແມ່ນສະມາຊິກຂອງສົນທິສັນຍາ ແລະສັນຍາສາກົນເກືອບ 20 ສະບັບ ແລະນັບມື້ນັບສວມບົດບາດສຳຄັນໃນບັນດາເວທີສາກົນ,  ໃນນັ້ນມີບັນດາເວທີປາໄສກ່ຽວກັບການຮັບປະກັນສິດທິມະນຸດ. ເລື່ອງເປັນເຈົ້າການເຊື່ອມໂຍງ ແລະເຂົ້າຮ່ວມບັນດາສົນທິສັນຍາສາກົນແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນ ແລະຖອດຖອນບົດຮຽນໃນການຮັບປະກັນສິດທິມະນຸດກັບປະຊາຄົມສາກົນຕື່ມອີກເພື່ອຊຸກຍູ້ການຊົມໃຊ້ບັນດາສິດ ແລະສິດເສລີພື້ນຖານຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.

 

ແປໂດຍ: ຮຸຍດົງ