ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ມາຣົກ ແລະປະເທດສາທາລະນະລັດ ຝລັ່ງ ຢ່າງເປັນທາງການ, ຢ້ຽມຢາມ ແລະເຮັດວຽກກັບລັດຖະສະພາເອີລົບ ແລະເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ໂດຮາ, ປະເທດກາຕາໃນລະຫວ່າງວັນທີ 28 ມີນາ  – 8 ເມສາ 2019.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມແຈ້ງການຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ບັນດາການຢ້ຽມຢາມ ແລະເຂົ້າຮ່ວມດັ່ງກ່າວແມ່ນປະຕິບັດຕາມຄຳເຊີນຂອງທ່ານປະທານສະພາຕ່ຳ ມາຣົກ Habib El Malki,  ທ່ານປະທານສະພາຕ່ຳ ຝລັ່ງ Richard Ferrand, ທ່ານປະທານສະພາເອີລົບ (EP) Antonio Tajani, ທ່ານປະທານສະຫະພັນລັດຖະສະພາສາກົນ (IPU) Gabriela Cuevas ແລະທ່ານປະທານລັດຖະສະພາກາຕາ Barron Ahmad Bin Abdullah Al Mahmoud.

ແຫຼ່ງຄັດຈາກ: vovworld.vn