ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ການລົງມືກໍ່ສ້າງບັນດາໂຄງການເຂດອຸດສາຫະກໍາ, ກະສິກໍາ ແລະປ່າໄມ້; ເຂດອຸດສາຫະກໍາເຄື່ອງກົນຈັກລົດໂອໂຕ Thaco ຈູລາຍ ເປີດກວ້າງ ແລະໂຄງການກໍ່ສ້າງທ່າກໍາປັ່ນ 50.000 ໂຕນ, ເຂດເຮືອນຢູ່ໃຫ້ກໍາມະກອນ, ເຂດຕັ້ງຖິ່ນຖານໃໝ່ມື້ນີ້ໄດ້ສ້າງບາດກ້າວພັດທະນາຢ່າງແຮງຂອງເຂດເສດຖະກິດເປີດ ຈູລາຍ, ພິເສດແມ່ນຂອງ Thaco ເຊິ່ງເປັນວິສາຫະກິດພາກເອກະຊົນ ນໍາໜ້າໃນການລົງທຶນຢູ່ເຂດເສດຖະກິດເປີດ ຈູລາຍ ຕັ້ງແຕ່ຊຸມວັນຕົ້ນແຫ່ງການສ້າງຕັ້ງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາຜູ້ແທນດຳເນີນພິທີການລົງມືກໍ່ສ້າງໂຄງການຕ່າງໆ. ພາບ: ຕ໊ຽນຢຸງ.

ທ່ານ ຫງວຽນຊວນຟຸກ ຖືວ່າ, ແຂວງກວາງນາມ ບໍ່ຄວນພໍໃຈກັບສິ່ງທີ່ຕົນເອງພວມມີຢູ່ແລ້ວ, ຫາກຄວນຮັບຮູ້ ແລະຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃໝ່ຂອງເຂດນີ້. ເຂດແຄມທະເລພາກກາງຕ້ອງມຸ່ງໄປເຖິງເປົ້າໝາຍສ້າງເປັນຂົ້ວເຕີບໂຕ ຈູລາຍ-ຢຸງກວດ ແລະນະຄອນດ່ານັ້ງ, ຈູລາຍ-ກວາງນາມ, ຢຸງກວດ-ກວາງຫງາຍ ແລະນະຄອນດ່ານັ້ງ ຄວນຮ່ວມສໍາພັນໃນແຜນກຳນົດນະໂຍບາຍ, ແຫຼ່ງກໍາລັງໃຫ້ແກ່ການພັດທະນາ, ພິເສດແມ່ນຈິດໃຈພົບປະເຈລະຈາ, ຮ່ວມສໍາພັນ ແລະສະເໜີຕໍ່ຂັ້ນສູນກາງບັນດາແນວຄວາມຄິດບຸກທະລຸກ່ຽວກັບກົນໄກ, ລະບອບລະບຽບການ, ນະໂຍບາຍເພື່ອແນໃສ່ຍົກສູງຄວາມສາມາດແກ່ງແຍ້ງໃຫ້ທົ່ວເຂດເສດຖະກິດຈຸດສຸມ ພາກກາງ-ໄຕງວຽນ, ໃນນັ້ນມີເຂດໃຈກາງ ດ່ານັ້ງ, ເທື່ອທຽນເຫວ້, ກວາງນາມ ແລະຢຸງກວດ-ກວາງຫງາຍ, ບິ່ງດິ້ງ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາຜູ້ແທນໄດ້ຕັດແຖບຜ້າລົງມືກໍ່ສ້າງເຂດອຸດສາຫະກໍາ, ກະສິກໍາ ແລະປ່າໄມ້ ແລະເຂດອຸດສາຫະກໍາເຄື່ອງກົນຈັກ-ລົດໂອໂຕ Thaco - ຈູລາຍ ເປີດກວ້າງ; ຕັດແຖບຜ້າລົງມືກໍ່ສ້າງທ່າກໍາປັ່ນ 50.000 ໂຕນ ແລະເຂດເຮືອນຢູ່ໃຫ້ກໍາມະກອນ, ເຂດຕັ້ງຖິ່ນຖານໃໝ່.

ໂດຍ: ໄຊຊະນະ