ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ອວຍພອນ ກໍາປູເຈຍ ໄດ້ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທິ VI ປີ 2018 ປະສົບຜົນສຳເລັດກໍ່ຄືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານເຊິ່ງ ກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ; ອວຍພອນ ກໍາປູເຈຍ ຈັດຕັ້ງເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 27(APPF-27) ສຳເລັດຜົນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Khuon Sudary ປະທານຜູ້ທີສອງສະພາແຫ່ງຊາດກໍາປູເຈຍ ທີ່ການຕ້ອນຮັບ. ພາບ: ຈ໋ຽນຖັ໋ງ.

ທ່ານນາງ Khuon Sudary ເນັ້ນໜັກວ່າ, ຫວຽດນາມ ແລະກໍາປູເຈຍ ມີສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະຮ່ວມມືຮອບດ້ານ, ຍືນຍົງຍາວນາມ.

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ, ສະພາແຫ່ງຊາດຫວຽດນາມ ແລະກໍາປູເຈຍ ມີໜ້າທີ່ຮັບຜິດຊອບປະກອບສ່ວນເຂົ້າໃນການຮັກສາ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ. ທ່ານນາງ ຫງວຽນທິກິມເງິນ ກໍຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຈະຮ່ວມມືກັບສະພາແຫ່ງຊາດ, ສະພາສູງກໍາປູເຈຍ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດກໍຄືການຮ່ວມມືລະຫວ່າງສອງສະພາແຫ່ງຊາດທີ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະສາກົນ...

ຄຽງຂ້າງນັ້ນ, ທ່ານນາງ ຫງວຽນທິກິມເງິນ ກໍຊົມເຊີຍໝາກຜົນເຊິ່ງສອງຝ່າຍບັນລຸໄດ້ໃນວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ; ປາດຖະໜາຢາກສອງຝ່າຍສືບຕໍ່ຊຸກຍູ້  ເພື່ອໃຫ້ວຽກງານນີ້ສຳເລັດໂດຍໄວ; ພ້ອມທັງສະເໜີສະພາແຫ່ງຊາດກໍາປູເຈຍ ຊ່ວຍເຫຼືອກ່ຽວກັບດ້ານນິຕິກໍາ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດຢູ່ ກໍາປູເຈຍ ມີການດຳລົງຊີວິດເປັນປົກກະຕິ.

 

ໂດຍ: ເກື່ອງດັ້ງ