ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະເໜີທ່ານ Teo Chee Hean ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ, ມີເນື້ອແທ້ ແລະມີປະສິດທິຜົນໃນໄລຍະຈະມາເຖິງ, ໂດຍສະເພາະໃນບັນດາຂົງເຂດ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ ແລະພົບປະແລກປ່ຽນປະຊາຊົນກໍຄືການຮ່ວມມືລະຫວ່າງສອງປະເທດໃນ ອາຊຽນ ແລະເວທີປາໄສຫຼາຍຝ່າຍອື່ນໆ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Teo Chee Hean ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Teo Chee Hean ສະເໜີວ່າ ສອງຝ່າຍຄວນຊຸກຍູ້ການປະດິດສ້າງ, ເຕັກໂນໂລຢີໃຫ້ວິສາຫະກິດ, ເຊິ່ງເປົ້າໝາຍແມ່ນນັກທຸລະກິດ, ວິສາຫະກິດໜຸ່ມ. ທ່ານ Teo Chee Hean ໃຫ້ຮູ້ວ່າ, ສິງກະໂປ ປາດຖະໜາຢາກນໍາເຂົ້າຜະລິດຕະພັນກະເສດຫຼາຍຢ່າງທີ່ມີຄຸນນະພາບສູງຂອງ ຫວຽດນາມ. ຕາມທ່ານ Teo Chee Hean ແລ້ວ, ສອງຝ່າຍຄວນເພີ່ມທະວີການເຊື່ອມຈອດລະຫວ່າງສອງປະເທດ, ເປີດກວ້າງອຸດສາຫະກໍາການບິນ, ເປີດສາຍການບິນໃໝ່, ຮ່ວມມືດ້ານປ້ອງກັນຊາດ... ທ່ານ Teo Chee Hean ຢືນຢັນວ່າ, ສິງກະໂປ ໃຫ້ຄໍາໝັ້ນສັນຍາວ່າຈະສະໜັບສະໜູນຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນປີ 2020 ກໍຄືຊຸກຍູ້ການພົວພັນລະຫວ່າງສອງປະເທດອີກ. ທ່ານ Teo Chee Hean ກໍຊີ້ແຈ້ງວ່າ ສິງກະໂປ ຍາມໃດກໍຍືດໝັ້ນທັດສະນະແກ້ໄຂທຸກການແກ່ງແຍ້ງກັນໂດຍສັນຕິວິທີ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ສ້າງເງື່ອນໄຂສະດວກທຸກຢ່າງໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ, ມີ ສິງກະໂປ ທໍາມາຫາກິນສໍາເລັດຜົນ, ຍາວນານຢູ່ ຫວຽດນາມ. ຕີລາຄາສູງເລື່ອງ ສິງກະໂປ ດຳລົງຕໍາແໜ່ງເປັນປະທານອາຊຽນ 2018 ສໍາເລັດຜົນຢ່າງຈົບງາມ ແລະໃນນາມເປັນປະເທດປະສານງານການພົວພັນລະຫວ່າງອາຊຽນ-ຈີນ (2015-2018), ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາຢາກ ສິງກະໂປ ຈະສົມທົບກັນແບ່ງປັນບົດຮຽນຕ່າງໆໃນປີເປັນປະທານອາຊຽນ ຂອງ ສິງກະໂປ ກໍຄືສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການຊຸກຍູ້ການກໍານົດທິດ, ບຸລິມະສິດຂໍ້ລິເລີ່ມໃນຂອບເຂດວິໄສທັດອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດສ້າງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ສອງປະເທດແບ່ງປັນຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ສ້າງຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ເນັ້ນໜັກເລື່ອງ ອາຊຽນ ແລະຈີນ ພວມເຈລະຈາສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC), ທ່ານ ຫງວຽນຊວນຟຸກ ຕີລາຄາສູງບົດບາດ, ການປະກອບສ່ວນຂອງ ສິງກະໂປ ແລະສະເໜີສອງປະເທດສືບຕໍ່ສົມທົບກັນ, ສະໜັບສະໜູນເຊີ່ງກັນ ແລະກັນໃນວິວັດທະນາການນີ້.

 

ໂດຍ: ໄຊນີດາ