ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະໃນວັນທີ 20 ມີນາ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມຍາມໃດກໍສະໜັບສະໜູນ ແລະຖືເປັນສໍາຄັນການຮ່ວມມືໃຕ້-ໃຕ້; ຕັ້ງໜ້າຊຸກຍູ້ການຮ່ວມມືກັບບັນດາປະເທດພວມພັດທະນາໃນຂອບເຂດສອງຝ່າຍ, ອະນຸພາກພື້ນແມ່ນ້ຳຂອງ, ອາຊຽນ ແລະພາກພື້ນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະ. ພາບ: dangcongsan.vn. 

ຫວຽດນາມ ໄດ້ຜັນຂະຫຍາຍກວ່າ 10 ໂຄງການຮ່ວມມືສາມຝ່າຍ, ໃນນັ້ນໄດ້ຈັດສົ່ງນັກຊ່ຽວຊານກວ່າ 300 ຄົນໄປຍັງບັນດາປະເທດອາຟະລິກາ ເພື່ອຖ່າຍຖອດເຕັກນິກ, ບໍາລຸງສ້າງ ແລະໜູນຊ່ວຍການພັດທະນາກະສິກໍາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ອາຟະລິກາ...

ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ, ການຮ່ວມມືໃຕ້-ໃຕ້ ຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ, ທັດສະນະ ແລະຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາໃນບັນດາບັນຫາທົ່ວໂລກ, ເປັນຕົ້ນແມ່ນຊຸກຍູ້ລັດທິຫຼາຍຝ່າຍ ແລະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG); ພ້ອມທັງສະເໜີສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງພັດທະນາສືບຕໍ່ໜູນຊ່ວຍການຮ່ວມມືໃຕ້-ໃຕ້ ເພື່ອໂລກແຫ່ງສັນຕິພາບ ແລະວັດທະນາຖາວອນ.

ໂດຍ: ເຈິ່ນຮວ່ຽນ