“ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ຕີລາຄາສູງ ແລະຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດຊາດໃນປະຈຸບັນ, ເປັນຕົ້ນແມ່ນພາຍຫຼັງ 3 ປີທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເມື່ອເຫັນວ່າ, ຄຽງຄູ່ກັບບັນດາຜົນງານສໍາຄັນເຊິ່ງສອງພັກ, ສອງລັດ ແລະປະຊາຊົນສອງປະເທດບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ໄດ້ຮັບການປັບປຸງ ແລະພັດທະນາໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກໆຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດຈິດສຸດໃຈ ແລະມີປະສິດທິຜົນ ເຊິ່ງພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະຜ່ານມາ”.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງກະເຊົ້າດອກໄມ້ອວຍພອນທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ໂດຍ: ທະນາພອນ