ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມີງ ຕີລາຄາສູງທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ; ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ເອົາໃຈໃສ່ ແລະສະໜັບສະໜູນການພົວພັນມິດຕະພາບ, ການຮ່ວມມືຢ່າງແທດຈິງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ກັບແຂວງກວາງຊີ ທີ່ສຸດ.

ທ່ານ ຟ້າມບິ່ງມີງ ສະເໜີສອງຝ່າຍສືບຕໍ່ສົມທົບກັນ, ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ ຄື: ເສດຖະກິດ, ການຄ້າ, ການຄົມມະນາຄົມ-ຂົນສົ່ງ, ກະສິກໍາ, ການທ່ອງທ່ຽວພັດທະນາຢ່າງດຸນດ່ຽງ, ຍືນຍົງກວ່າອີກ; ເພີ່ມທະວີການສົມທົບກັນໃນວຽກງານເປີດ, ຍົກລະດັບດ່ານຊາຍແດນ...

leftcenterrightdel
ທ່ານ ຟ້າມບິ່ງມີງ ຕ້ອນຮັບທ່ານ Lu Xinshe. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມີງ ສະເໜີແຂວງກວາງຊີ ເພີ່ມທະວີການນໍາເຂົ້າບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ແລະບັນດາສິນຄ້າຕ່າງໆ ເຊິ່ງຫວຽດນາມມີທ່າແຮງ; ສົ່ງເສີມບັນດາວິສາຫະກິດຂະໜາດໃຫຍ່, ມີກໍາລັງຄວາມສາມາດຢ່າງພຽງພໍຂອງແຂວງກວາງຊີ ລົງທຶນເຂົ້າຫວຽດນາມ.

ທ່ານ Lu Xinshe ຢັ້ງຢືນວ່າ, ແຂວງກວາງຊີ ຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ທ່າພັດທະນາທີ່ດີງາມຂອງການພົວພັນສອງປະເທດ ຈີນ-ຫວຽດນາມ ກໍຄືບັນດາຜົນງານໃນການຮ່ວມມືມິດຕະພາບລະຫວ່າງແຂວງກວາງຊີ ແລະບັນດາທ້ອງຖິ່ນຂອງຫວຽດນາມ ໃນໄລຍະຜ່ານມາ; ປາດຖະໜາຢາກປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດເປັນຢ່າງດີ, ຫັນບັນດາຂໍ້ຕົກລົງກັບບັນດາແຂວງຊາຍແດນຂອງຫວຽດນາມ ກ່ຽວກັບເພີ່ມທະວີການພົບປະແລກປ່ຽນມິດຕະພາບເປັນລະອຽດ, ຊຸກຍູ້ການຮ່ວມມືເຂົ້າສູ່ລວງເລິກ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ-ຫວຽດນາມ.

ໂດຍ: ທະນາພອນ