ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊົມເຊີຍທ່ານ Lu Xinshe ເປັນຄັ້ງທໍາອິດທີ່ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມລາຍການພົບປະຕົ້ນລະດູບານໃໝ່ ແລະທ່ານຊີ້ແຈ້ງວ່າ ການຢ້ຽມຢາມຫວຽດນາມຂອງຄະນະໃນຄັ້ງນີ້ໄດ້ນໍາມາເຊິ່ງບັນດາອາລົມຈິດອັນອົບອຸ່ນຈາກແຂວງກວາງຊີ, ປະກອບສ່ວນປັບປຸງການພົວພັນອັນດີງາມລະຫວ່າງສອງປະເທດຫວຽດນາມ - ຈີນ ແລະລະຫວ່າງແຂວງກວາງຊີ ກັບບັນດາທ້ອງຖິ່ນຊາຍແດນຂອງຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Lu Xinshe, ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງ ເຜົ່າຈວາງ, ແຂວງກວາງຊີ (ສປ.ຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ  Lu Xinshe ໃຫ້ຮູ້ວ່າ, ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງແຂວງກວາງຊີ ກັບບັນດາທ້ອງຖິ່ນຂອງຫວຽດນາມໃຫ້ຫຼາຍກວ່າອີກ. ທ່ານ  Lu Xinshe ຕີລາຄາສູງກົນໄກພົບປະແລກປ່ຽນລະຫວ່າງແຂວງກວາງຊີ ກັບບັນດາແຂວງຊາຍແດນຂອງຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍນັບມື້ນັບຍູ້ແຮງການແລກປ່ຽນຄະນະ; ເຊື່ອມຈອດການຄົມມະນາຄົມ, ການພົວພັນການຄ້າ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາການຮ່ວມມືເສດຖະກິດ ແລະນໍ້າໃຈມິດຕະພາບລະຫວ່າງສອງປະເທດ.

ຕີລາຄາໃນໄລຍະມໍ່ໆມານີ້, ການພົວພັນດ້ານການຄ້າຫວຽດນາມ - ຈີນ ພັດທະນາຢ່າງດີງາມພໍສົມຄວນ, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີຄວາມຮັບຮູ້ໃຫ້ແກ່ສະມາຊິກພັກ ແລະຄົນຮຸ່ນໜຸ່ມກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ - ຈີນ. ພິເສດ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍເພີ່ມທະວີການປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບອັນດີງາມລະຫວ່າງບັນດາທ້ອງຖິ່ນຕິດກັບຊາຍແດນ, ໂດຍສະເພາະແມ່ນການພົບປະແລກປ່ຽນດ້ານເສດຖະກິດ, ການຄ້າກັບແຂວງກວາງຊີ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີເພີ່ມທະວີການສົມທົບແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການພົບປະແລກປ່ຽນຮ່ວມມືລະຫວ່າງແຂວງກວາງຊີ ກັບບັນດາທ້ອງຖິ່ນຂອງຫວຽດນາມ ຄື: ນະຄອນໂຮ່ຈີມິນ, ກວ໋າງນາມ, ເງະອານ, ຫ໋າຍຟ່ອງ...

ໂດຍ: ໄຊຊະນະ