ທີ່ກອງປະຊຸມປຶກສາຫາລືດ້ານການເມືອງ, ຄະນະຜູ້ແທນສອງປະເທດໄດ້ສຳຫຼວດກວດກາຄືນການພົວພັນສອງປະເທດນັບແຕ່ການເຈລະຈາ ຄັ້ງທີ 10 ປີ 2015 ຈົນຮອດປະຈຸບັນ, ຮັບຮູ້ບັນດາຄວາມຄືບໜ້າຢ່າງແຮງໃນການຮ່ວມມືໃນບັນດາຂົງເຂດຕ່າງໆລະຫວ່າງສອງປະເທດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ... ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື, ຍົກສູງກຳລັງຄວາມສາມາດຮັບມືກັບບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ (ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຕ້ານການກໍ່ການຮ້າຍ, ຕ້ານການຄ້າມະນຸດ...) ໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: vov.vn.

ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດບັນດາກົນໄກໂດຍ ອາຊຽນ ນຳໜ້າ, APEC, ASEM, ສະຫະປະຊາຊາດ…

ທີ່ການເຈລະຈາ ອາຊຽນ - ນິວຊີແລນ ຄັ້ງທີ 26, ບັນດາປະເທດອາຊຽນ ແລະນິວຊີແລນ ຢັ້ງຢືນການຖືເປັນສຳຄັນ ແລະໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ນິວຊີແລນ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ອາຊຽນ ແລະນິວຊີແລນ ເຫັນດີເປັນເອກະສັນຕໍ່ການສ້າງແຜນການດຳເນີນງານໃນໄລຍະໃໝ່ 2021-2025 ແລະຈັດຕັ້ງບັນດາການເຄື່ອນໄຫວກະກຽມເຫດການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືໃນປີ 2020.

ໂດຍ: ສົມເພັດ