ກອງປະຊຸມສຳມະນາຄັ້ງນ້ີແມ່ນໂອກາດເພື່ອໃຫ້ສະຖາບັນການຕ່າງປະເທດ ແລະສະຖາບັນຄົ້ນຄວ້າບັນດາບັນຫາສາກົນຈີນ  ແລກປ່ຽນບັນດາຄຳຄິດເຫັນປະກອບເພື່ອແນໃສ່ນຳການຮ່ວມມືໃນຂອບເຂດ MLC ເຂົ້າສູ່ລວງເລິກ ແລະເປັນປົກກະຕິກວ່າ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: hanoitv.vn.

ທີ່ວາລະປຶກສາຫາລື, ບັນດານັກບັນລະຍາຍ ແລະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ນຳສະເໜີ ແລະປຶກສາຫາລືກ່ຽວກັບແງ່ມູມທີ່ແຕກຕ່າງກັນຂອງ MLC, ຄື: ການຮ່ວມມືດ້ານເສດຖະກິດ, ແຫຼ່ງນ້ຳ, ການກໍ່ສ້າງພື້ນຖານໂຄງລ່າງ, ການພົບປະແລກປ່ຽນປະຊາຊົນ; ພ້ອມທັງສະເໜີບັນດາມາດຕະການລະອຽດເພື່ອຍົກສູງປະສິດທິຜົນການຮ່ວມມື. ບັນດານັກບັນລະຍາຍຖືວ່າ, ເລື່ອງກໍ່ສ້າງ ແລະຜັນຂະຫຍາຍ MLC ມີຄວາມສະດວກຫຼາຍຢ່າງຍ້ອນວ່າເຂດແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງເຕົ້າໂຮມຫຼາຍກົນໄກຮ່ວມມືພັດທະນາ, ມີພື້ນຖານກ່ຽວກັບຂໍ້ມູນຂ່າວສານ, ການຄົ້ນຄວ້າ, ການຮ່ວມມືໃນຫຼາຍຂົງເຂດ. ຄຽງຄູ່ກັນນັ້ນ, ບັນດາປະເທດສະມາຊິກໃນພາກພື້ນລ້ວນແຕ່ມີຄວາມຕ້ອງການຮ່ວມມືຮັບໃຊ້ການພັດທະນາ.

ໂດຍ: ກວຽດເຕິມ