ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຊາປາ ແມ່ນໜຶ່ງໃນບັນດາໃຈກາງການທ່ອງທ່ຽວຂອງ ຫວຽດນາມ, ຂອງແຂວງລາວກາຍ, ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ. ເລື່ອງນໍາ ຊາປາ ກາຍເປັນເທດສະບານເມືອງແມ່ນພາວະວິໄສ, ຖືກກັບສະພາບຄວາມເປັນຈິງ, ໂດຍມາຈາກຄວາມຮຽກຮ້ອງການພັດທະນາ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ, ຫາກຍັງທັງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບອີກດ້ວຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍອີງໃສ່ຄໍາຄິດເຫັນຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງຍື່ນສະເໜີເຖິງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການສ້າງຕ້ັງເທດສະບານເມືອງຊາປາ ແລະບັນດາເມືອງທີ່ຂຶ້ນກັບ; ມອບໝາຍໃຫ້ຫ້ອງວ່າການລັດຖະບານສ້າງບັນດາລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດເພື່ອລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດຖືກຕ້ອງຕາມການກໍານົດ.

ທ່ານນາຍົກລັດຖະມົນຕີ ສະເໜີແຂວງລາວກາຍ ຕ້ອງມີການຄຸ້ມຄອງສັງຄົມໃຫ້ດີ, ຄຸ້ມຄອງການວາງແຜນຜັງ, ແບ່ງເຂດການບໍລິຫານງານໃຫ້ເປັນຢ່າງດີຕໍ່ກັບຊາປາ; ຮັກສາວັດທະນະທໍາຂອງພໍ່ແມ່ປະຊາຊົນບັນດາເຜົ່າ; ສືບຕໍ່ພັດທະນາ ແລະປົກປັກຮັກສາປ່າໄມ້, ຮັກສາຄວາມງາມທີ່ປະຖົມປະຖານ, ສີຂຽວຂອງຊາປາ. ຄວນດຶງດູດການພັດທະນາດ້ວຍຄຸນນະພາບສູງກວ່າ, ເອົາໃຈໃສ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມສາມັກຄີທົ່ວປວງຊົນທັງຊາດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການພ້ອມກັບແຂວງລາວກາຍ ເອົາໃຈໃສ່ເຖິງການພັດທະນາຂອງຊາປາ ໃຫ້ຖືກຕ້ອງຕາມທິດຂອງການພັດທະນາ, ເປັນຕົ້ນແມ່ນການເຊື່ອມຕໍ່ການພັດທະນາພື້ນຖານໂຄງລ່າງ, ມີກົນໄກສ້າງເງື່ອນໄຂໃຫ້ ຊາປາ ພັດທະນາຢ່າງສິວິໄລ, ສຸພາບຮຽບຮ້ອຍ, ເພື່ອສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວທີ່ມາຢ້ຽມຢາມເຂດດິນແດນ, ຊາວຫວຽດນາມ ທີ່ຮັກແຂກແພງຄົນ, ປະຊາຄົມທີ່ມີຄວາມສະໜິດສະໜົມປອງດອງ.

 

ໂດຍ: ເກື່ອງດັ້ງ