ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົ່ງດອກໄມ້ອວຍພອນງານບຸນໜັງສືພິມທົ່ວປະເທດປີ 2019. ເຂົ້າຮ່ວມພິທີໄຂມີທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາ, ພ້ອມດ້ວຍການນໍາບັນດາອົງການສື່ມວນຊົນ, ສະມາຊິກສະມາຄົມນັກຂ່າວທຸກຂັ້ນ...

ຢັ້ງຢືນບົດບາດສໍາຄັນຂອງສື່ມວນຊົນປະຕິວັດ

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນຊວນຟຸກ ຮັບຮູ້, ຕີລາຄາສູງບົດບາດຂອງສື່ມວນຊົນ-ກຳລັງປະຈັນບານດ້ານແນວຄິດ, ວັດທະນະທໍາ, ໄດ້ມີບັນດາປະກອບອັນໃຫຍ່ຫຼວງໃຫ້ແກ່ພາລະກິດການປະຕິວັດຂອງພັກ, ຂອງຊາດຫວຽດນາມ. ໃນບັນດາຜົນງານລວມຂອງສື່ມວນຊົນປະຕິວັດຫວຽດນາມ, ໄດ້ມີບົດບາດອັນໃຫຍ່ຫຼວງຂອງສະມາຄົມນັກຂ່າວຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນຢ້ຽມຊົມເຂດວາງສະແດງກຸ່ມໜັງສືພິມກອງທັບ. ພາບ: ຈ້ອງຫາຍ.

ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮູ້ວ່າ, ງານບຸນໜັງສືພິມທົ່ວປະເທດປີນີ້ໄດ້ຈັດຂຶ້ນດ້ວຍຂອບຂະໜາດທີ່ໃຫຍ່ກວ່າຊຸມປີຜ່ານມາ, ໄດ້ດຶງດູດການເຂົ້າຮ່ວມກວ່າ 80 ກົມກອງຂັ້ນສະມາຄົມ ແລະພາກພື້ນ, ບັນດາອົງການສື່ມວນຊົນຂັ້ນສູນກາງ, ບັນດາຮາກຖານບຳລຸງສ້າງດ້ານສື່ມວນຊົນ, ບັນດາບໍລິສັດດໍາເນີນທຸລະກິດກ່ຽວກັບເຄື່ອງອຸປະກອນທີ່ກ່ຽວຂ້ອງເຖິງວຽກງານສື່ມວນຊົນ, ບັນດາກຸ່ມສະມາຄົມນັກຂ່າວທ້ອງຖິ່ນຕ່າງໆ.

ທ່ານ ຫງວຽນຊວນຟຸກ ສະເໜີສະມາຄົມນັກຂ່າວຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການຊີ້ນໍາປະຕິບັດ 3 ໜ້າທີ່ເປັນຢ່າງດີ, ໂດຍລະອຽດແມ່ນ: ສຸມໃສ່ໂຄສະນາໃຫ້ປະຊາຊົນບັນດາບັນຫາສະຖານະການການເມືອງ, ຮັບປະກັນໃຫ້ຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ອົງການຄຸ້ມຄອງສື່ມວນຊົນໃນວິວັດການຕໍ່ສູ້ຕ້ານ ແລະສະກັດກັ້ນການເຊື່ອມຖອຍ, ການສໍ້ລາດບັງຫຼວງ, ຟຸມເຟືອຍ, ຄວາມຫຍໍ້ທໍ້, “ການຜັນແປດ້ວຍຕົນເອງ, ການຫັນປ່ຽນດ້ວຍຕົນເອງ” ບົນເນື້ອໃນຈິດໃຈຂອງມະຕິສູນກາງພັກຄັ້ງທີ 4, ຊຸດທີ XII; ເອົາໃຈໃສ່ເປັນສໍາຄັນໃນການບໍາລຸງສ້າງ, ບໍາລຸງຖັນແຖວບັນດາຜູ້ເຮັດວຽກງານສື່ມວນຊົນໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີລະດັບວິຊາສະເພາະສູງ ແລະມີຈັນຍາບັນທີ່ບໍລິສຸດຜຸດຜ່ອງ...

ໃນຂອບເຂດງານບຸນໜັງສືພິມທົ່ວປະເທດຈະດໍາເນີນເປັນເວລາ 3 ວັນ (ແຕ່ວັນທີ 15-17 ມີນາ), ຍັງມີບັນດາການເຄື່ອນໄຫວດ້ານວັດທະນະທໍາ, ວັນນະຄະດີສິລະປະຂອງບັນດານັກສິລະປິນ ແລະນັກສຶກສາສື່ມວນຊົນ; ຈັດຕັ້ງເຂດຂາຍສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ...

ຄວາມປະທັບໃຈຫຼາຍຢ່າງ

ງານບຸນໜັງສືພິມທົ່ວປະເທດປີ 2019 ໄດ້ຮັບການຕີລາຄາວ່າມີທີ່ຕັ້ງ ແລະຂະໜາດໃຫຍ່ກວ່າ, ມີຜູ້ເຮັດວຽກງານສື່ມວນຊົນຕອບຮັບເປັນຈໍານວນຫຼວງຫຼາຍ. ປີນີ້, ບັນດາເຂດວາງສະແດງມີຂອບເຂດກວ້າງກວ່າ, ໄດ້ວາງສະແດງໄປທົ່ວບັນດາເຂດອ້ອມຂ້າງຫໍພິພິທະພັນຮ່າໂນ້ຍ.

leftcenterrightdel
ທ່ານ ຫງວຽນຊວນຝຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນຕັດແຖບຜ້າໄຂງານບຸນໜັງສືພິມທົ່ວປະເທດປີ 2019. ພາບ: ຈ້ອງຫາຍ.

ໃນປະຈຸບັນ, ທົ່ວກອງທັບມີ 55 ອົງການ, ກົມກອງສື່ມວນຊົນໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ອອກໃບອະນຸຍາດເຄື່ອນໄຫວ. ໜັງສືພິມກອງທັບຍາມໃດກໍປະຕິບັດຖືກຕ້ອງຕາມຫຼັກມູນຈຸດປະສົງ, ຕິດແທດການຊີ້ນໍາ, ນໍາພາຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ, ໃນນັ້ນມີໜັງສືພິມກອງທັບປະຊາຊົນຫວຽດນາມ-ເຊິ່ງແມ່ນໜຶ່ງໃນ 7 ອົງການສື່ມວນຊົນໃນທ່ົວປະເທດທີ່ຖືກກໍານົດການຜັນຂະຫຍາຍກໍ່ສ້າງຕາມຮູບແບບອົງການສື່ມວນຊົນຫຼາຍປະເພດຈາກພັກ ແລະລັດ. ຕາມທ່ານພົນຈັດຕະວາ ຟ້າມວັນຮວ໊ນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລ້ວ, ປີນີ້, ກຸ່ມໜັງສືພິມກອງທັບໄດ້ເຂົ້າຮ່ວມງານບຸນໜັງສືພິມທົ່ວປະເທດດ້ວຍຂະໜາດໃຫຍ່ກວ່າ, ບັນດາຜະລິດຕະພັນສື່ສິງພິມທີ່ຫຼາກຫຼາຍ, ມີຫຼາຍຮູບຫຼາຍແບບກວ່າ, ພິເສດແມ່ນໄດ້ສຸມໃສ່ສ້າງຮູບແບບບັນດາຜະລິດຕະພັນສື່ມວນຊົນສາມາດດຶງດູດໄດ້ຄວາມສົນໃຈຈາກເພື່ອນຜູ້ອ່ານ. ງານບຸນໜັງສືພິມແມ່ນໂອກາດ ເພື່ອໃຫ້ກຸ່ມສື່ມວນຊົນກອງທັບຮໍ່າຮຽນ, ຄົ້ນຄວ້າເນື້ອໃນການສະແດງອອກຂອງບັນດາອົງການສື່ມວນຊົນໃນທ່ົວປະເທດເພື່ອນຳມາເຊິ່ງບັນດາສື່ສິງພິມທີ່ມີຄຸນນະພາບສູງກວ່າ. ງານບຸນໜັງສືພິມທົ່ວປະເທດປີນີ້, ນະຄອນຮ່າໂນ້ຍມີ 15 ອົງການ, ຫົວໜ່ວຍ ສື່ມວນຊົນເຂົ້າຮ່ວມ.

ທ່ານ ຫງວຽນວຽມຮວ່າງ ຮອງປະທານຜູ້ປະຈໍາການສະມາຄົມນັກຂ່າວນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ງານບຸນໜັງສືພິມທົ່ວປະເທດປີ 2019 ບໍ່ພຽງແຕ່ແມ່ນໂອກາດເພື່ອເຊີດຊູການພັດທະນາຢ່າງແຮງ, ບັນດາຜົນງານອັນໃຫຍ່ຫຼວງຂອງສື່ມວນຊົນການປະຕິວັດຫວຽດນາມ, ໂຄສະນາເຜີຍແຜ່ບັນດາຜົນງານ, ບັນດາຜະລິດຕະພັນສື່ມວນຊົນທີ່ຕິດພັນກັບບັນດາການເຄື່ອນໄຫວອອກແຮງງານ, ການປະດິດຄິດສ້າງຂອງບັນດານັກຂ່າວໃນທົ່ວປະເທດ...

 

ໂດຍ: ໄຊນີດາ