ກ່າວຄໍາເຫັນທີ່ພິທີ, ທ່ານ ເລຫວຽດຮົ່ງ, ຫົວໜ້າພະແນກຍຸຕິທຳ ເນັ້ນໜັກວ່າ, ສັນຊາດຫວຽດນາມ ແມ່ນບັນຫາການເມືອງ, ນິຕິກໍາສໍາຄັນ, ເລື່ອງໄດ້ເຂົ້າເປັນສັນຊາດຫວຽດນາມ ແມ່ນຄວາມເປັນກຽດຂອງປະຊາຊົນ. ທ່ານ ເລຫວຽດຮົ່ງ ໄດ້ອວຍພອນບັນດາບຸກຄົນໄດ້ເຂົ້າເປັນສັນຊາດຫວຽດນາມ ແລະປາດຖະໜາວ່າ ເຂົາເຈົ້າຈະສືບຕໍ່ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊື່ອມຕົວເຂົ້າກັບປະຊາຄົມໂດຍໄວ, ຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ປະຕິບັດສິດ ແລະພັນທະຂອງພົນລະເມືອງຢ່າງຄົບຖ້ວນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.

leftcenterrightdel
ພິທີປະກາດ ແລະມອບຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ ຫວຽດນາມ ວ່າດ້ວຍການໃຫ້ສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 2 ຄົນທີ່ອາໄສຢູ່ແຂວງຮ່າຕີ້ງ ເປັນເວລາຫຼາຍປີ. ພາບ: hatinhtv.vn.

ພົນລະເມືອງ 2 ຄົນຫາກໍ່ໄດ້ເຂົ້າເປັນສັນຊາດຫວຽດນາມ ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ທຸກຂັ້ນ, ທຸກຂະແໜງການທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂເພື່ອເຂົາເຈົ້າໄດ້ເຂົ້າເປັນສັນຊາດຫວຽດນາມ.

ໂດຍ: ກວຽດເຕິມ