ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ເຊື່ອໝ້ັນວ່າການຢ້ຽມຢາມຂອງຄະນະຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນຂອງສອງປະເທດ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອາເມລິກາ ທຳມາຫາກິນຢູ່ຫວຽດນາມ; ພ້ອມແລ້ວທີ່ຈະຮັບຟັງທຸກຂໍ້ສະເໜີຂອງບັນດາວິສາຫະກິດອາເມລິກາ ເພື່ອປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Feldman ຊົມເຊີຍຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ປະສົບຜົນສຳເລັດ; ທ່ານ Feldman ໃຫ້ຮູ້ວ່າ, ບັນດາວິສາຫະກິດອາເມລິກາ ມີຄວາມປິຕິຊົມຊື່ນ ແລະລໍຄອຍກຳແໜ້ນກາລະໂອກາດລົງທຶນຢູ່ຫວຽດນາມ ເມື່ອຫວຽດນາມ ເຂົ້າຮ່ວມສັນຍາ CPTPP (ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ). USABC ກໍລໍຄອຍຈຸດເວລາທີ່ຫວຽດນາມ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2020 ເພື່ອສ້າງກາລະໂອກາດຮ່ວມມືໃໝ່.

ໂດຍ: ແສງເດືອນ