ທ່ານ ຫງວຽນຊວນຟຸກ ມີຄວາມເຊື່ອໝັ້ນວ່າ, ຜົນສໍາເລັດຂອງກອງປະຊຸມຈະປະກອບສ່ວນສໍາຄັນເຂົ້າໃນການນໍາສາຍພົວພັນຄູ່ຮ່ວມມືຮ່ວມມືຮອບດ້ານ ຫວຽດນາມ-ມຽນມາ ໄດ້ຮັບການພັດທະນາທີ່ມີເນື້ອແທ້ ແລະມີປະສິດທິຜົນກວ່າອີກ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍສະໜັບສະໜູນຄວາມມານະພະຍາຍາມຂອງ ມຽນມາ ໃນການຊຸກຍູ້ວິວັດການສັນຕິພາບ ແລະປອງດອງຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ U Kyaw Tin ລັດຖະມົນຕີກະຊວງການຮ່ວມມືສາກົນມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ U Kyaw Tin ເວົ້າວ່າ, ສາຍພົວພັນມຽນມາ-ຫວຽດນາມ ພວມພັດທະນາອັນດີງາມທີ່ສູດ ແລະປິຕິຊົມຊື່ນແຈ້ງໃຫ້ທ່ານ ຫງວຽນຊວນຟຸກ ນາຍົກລັັດຖະມົນຕີ ຮັບຊາບກ່ຽວກັບໝາກຜົນອັນດີງາມຂອງກອງປະຊຸມ. ທ່ານ U Kyaw Tin ຕີລາຄາວ່າ, ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດໃນປີ 1975, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງຜ່ານບັນດາການຢ້ຽມຢາມຂັ້ນສູງຂອງການນໍາສອງຝ່າຍ. ພ້ອມກັນນັ້ນ, ສາຍພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນສອງປະເທດກໍໄດ້ຮັບການພັດທະນາຢ່າງແຮງ.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ມຽນມາ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພ້ອມກັນປາດຖະໜາຢາກສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເປັນຕົ້ນແມ່ນໃນປີທີ່ ຫວຽດນາມ ເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021. ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກທ່ານ U Kyaw Tin ສືບຕໍ່ມີການປະກອບສ່ວນຫຼາຍຢ່າງໃນການພັດທະນາສາຍພົວພັນລະຫວ່າງສອງປະເທດເວົ້າສະເພາະ ແລະສາຍພົວພັນລະຫວ່າງບັນດາປະເທດອາຊຽນ ເວົ້າລວມ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ U Kyaw Tin ລັດຖະມົນຕີໄດ້ເປັນປະທານຮ່ວມກອງປະຊຸມຄະນະກໍາມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ມຽນມາ ຄັ້ງທີ 9.

 

ໂດຍ: ໄຊນີດາ