ທີ່ກອງປະຊຸມ, ການນໍາບັນດາກະຊວງ, ຂະແໜງການ, ບັນດານັກວິທະຍາສາດ, ບັນດາຜູ້ຊ່ຽວຊານດ້ານເສດຖະກິດໄດ້ປະກອບຄຳເຫັນເພື່ອແນໃສ່ໄຈ້ແຍກຄວາມສາມາດບົ່ມຊ້ອນ, ທ່າແຮງໃນຂົງເຂດພັດທະນາເສດຖະກິດ-ສັງຄົມຂອງແຂວງດັກລັກ. ຜ່ານນັ້ນ, ກໍານົດທິດໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນກໍານົດລາຍການ, ແຜນການລົງທຶນໃນສະເພາະໜ້າ ແລະຍາວນານ. ຜູ້ຕາງໜ້ານັກລົງທຶນ, ວິສາຫະກິດຈໍານວນໜຶ່ງໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງທີ່ຈຳເປັນຕ້ອງແກ້ໄຂ ແລະບັນດາຂໍ້ສະເໜີແນະກັບແຂວງດັກລັກ ແລະສູນກາງ ກ່ຽວກັບກົນໄກ, ນະໂຍບາຍ, ເພື່ອແນໃສ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ; ນະໂຍບາຍພິເສດ, ເພື່ອໃຫ້ແຂວງດັກລັກ ເປັນເຈົ້າການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຢ່າງມີປະສິດທິຜົນ, ສ້າງໂອກາດເພື່ອພັດທະນາເສດຖະກິດ.

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ເຈືອງຮວ່າບີ່ງ ໄດ້ຊົມເຊີຍ ແລະຕີລາຄາສູງເລື່ອງແຂວງດັກລັກ ຈັດຕັ້ງກອງປະຊຸມສົ່ງເສີມການຄ້າປີ 2019. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມສຸດອົກສຸດໃຈ ແລະຄວາມຕັດສິນໃຈຂອງບັນດານັກລົງທຶນ, ພ້ອມກັບການກໍານົດທິດຢ່າງຖືກຕ້ອງຂອງທ້ອງຖິ່ນ, ໃນໄລຍະຈະມາເຖິງ, ແຂວງດັກລັກ ຈະບືນຕົວຂຶ້ນໃນ top ແຖວໜ້າຢູ່ພາກກາງ-ໄຕຫງວຽນ, ບໍ່ພຽງແຕ່ແມ່ນສະຖານທີ່ກາເຟຂອງໂລກເທົ່ານັ້ນ ຫາກຍັງຕ້ອງກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະໃນໂລກ.

ໂດຍ: ຈາງຫງວຽນ