ຕອນບ່າຍວັນທີ 20 ກຸມພາ, ທີ່ສໍານັກງານກະຊວງການຕ່າງປະເທດເຢຍລະມັນ, ທ່ານ ຟ້າມບິ່ງມີງ ໄດ້ມີການເຈລະຈາກັບທ່ານ Heiko Maas.

leftcenterrightdel
ທ່ານ ຟ້າມບິ່ງມີງ ແລະທ່ານ Heiko Maas. ພາບ: baochinhphu.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນດ້ວຍວົງເງິນການຄ້າສອງສົ້ນປີ 2018 ບັນລຸໄດ້ກວ່າ 10 ຕື້ໂດລາສະຫະລັດ ແລະເຢຍລະມັນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ຢູ່ອີຢູ; ສະແດງຄວາມເພິ່ງພໍໃຈຕໍ່ໂຄງການຊາຍຄາເຢຍລະມັນ ຢູ່ນະຄອນໂຮ່ຈີມິນ ທີ່ພວມດໍາເນີນໄປຢ່າງດີງາມ, ພາຍຫຼັງເປີດນໍາໃຊ້ຈະແມ່ນສະຖານທີ່ເຕົ້າໂຮມຂອງບັນດາວິສາຫະກິດເຢຍລະມັນ ຢູ່ຫວຽດນາມ, ປະກອບສ່ວນຊຸກຍູ້ການຄ້າ-ການລົງທຶນສອງຝ່າຍ.

leftcenterrightdel
ການເຈລະຈາລະຫວ່າງການນໍາກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດເຢຍລະມັນ. ພາບ: baochinhphu.vn.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດໃນສະພາບທີ່ເຢຍລະມັນ ຈະດໍາລົງຕໍາແໜ່ງເປັນປະທານອີຢູ ໃນປີ 2020, ພວມດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະຫວຽດນາມ ພວມອອກສະໝັກຮັບເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ພ້ອມທັງຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020. ສອງຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນສະໜັບສະໜູນເລື່ອງຫັນການຄ້າເປັນເສລີ ແລະຮັກສາບັນດາກົນໄກຫຼາຍຝ່າຍ, ເຄົາລົບກົດໝາຍສາກົນເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ