ທະນາຄານໂລກ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການພັດທະນາເສດຖະກິດ
ກປ.ອອນໄລ - ຕອນບ່າຍວັນທີ 21 ກຸມພາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Makhtar Diop, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບຂົງເຂດພື້ນຖານໂຄງລ່າງ.
ທີ່ການຕ້ອນຮັບ, ທ່ານ Makhtar Diop ໃຫ້ຮູ້ວ່າ, WB ປາດຖະໜາຢາກແບ່ງປັນບົດຮຽນຂອງຫວຽດນາມ ກັບປະເທດຕ່າງໆ, ໂດຍສະເພາະແມ່ນໃນການພັດທະນາພື້ນຖານໂຄງລ່າງ ກໍ່ຄືບັນດາຂົງເຂດອື່ນ. WB ພ້ອມແລ້ວທີ່ຈະຮ່ວມມື ແລະໜູນຊ່ວຍຫວຽດນາມ; ປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ສວມບົດບາດສຳຄັນໃນການພັດທະນາອະນຸພາກພື້ນ ກໍ່ຄືພາກພື້ນຕ່າງໆ. ທ່ານ Makhtar Diop ຕີລາຄາສູງເລື່ອງພັດທະນາພະລັງງານໄຟຟ້າຢູ່ຫວຽດນາມ; ທ່ານຖືວ່າໃນຊຸມປີີຈະມາເຖິງຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, WB ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການພັດທະນາພະລັງງານ ກໍ່ຄືພັດທະນາທາງດ່ວນເໜືອ-ໃຕ້, ການຄົມມະນາຄົມທາງນ້ຳ.
|
|
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Makhtar Diop ຮອງປະທານ WB. ພາບ: ສຳນັກຂ່າວສານຫວຽດນາມ. |
ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ WB ຈະສືບຕໍ່ໜູນຊ່ວຍໃຫ້ຫວຽດນາມ ເພື່ອພັດທະນາບັນດາຂົງເຂດ ຄື: ພະລັງງານສະອາດ (ໄຟຟ້າແສງຕາເວັນ, ໄຟຟ້າພະລັງແຮງລົມ), ພື້ນຖານໂຄງລ່າງ, ລະດົມທຶນໜູນຊ່ວຍຫວຽດນາມ ໃນການພັດທະນາພະລັງງານໄຟຟ້າ...
ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ WB ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍດ້ານເຕັກນິກ ແລະຊ່ວຍເຫຼືອລ້າ, ເພີ່ມເຕີມບັນດາແຫຼ່ງກຳລັງໃຫ້ຫວຽດນາມ ໃນວິວັດການພັດທະນາປະເທດຊາດ.
ໂດຍ: ແສງເດືອນ