ໃນຂອບເຂດການຢ້ຽມຢາມ, ທ່ານ Mauricio Macri ໄດ້ມີການພົບປະຕ່າງໆ ກັບການນໍາຂອງຫວຽດນາມ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອາກຊັງຕິນ. ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບທິດທາງ ແລະບັນດາມາດຕະການ ເພື່ອແນໃສ່ສືບຕໍ່ນໍາສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະອາກຊັງຕິນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີ ແລະຫັນການແລກປ່ຽນດ້ານເສດຖະກິດ-ການຄ້າ ເປັນຫຼາຍຮູບຫຼາຍແບບ ຕາມທິດດຸ່ນດ່ຽງກັນຜົນປະໂຫຍດຂອງທັງສອງຝ່າຍ, ຍູ້ແຮງການແລກປ່ຽນບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມຂຶ້ນຫຼາຍກວ່າເກົ່າ ກໍຄືເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການກັກກັນພະຍາດສັດພືດຂອງສອງປະເທດ, ສົ່ງເສີມ, ຊຸກຍູ້ການເຈລະຈາ ແລະການຮ່ວມມືລະຫວ່າງປະຊາຄົມວິສາຫະກິດສອງປະເທດຜ່ານບັນດາເວທີປາໄສວິສາຫະກິດ ແລະບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ.

leftcenterrightdel
ທ່ານ Mauricio Macri ປະທານາທິບໍດີອາກຊັງຕິນ  ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ-ອາກຊັງຕິນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ກິລາ, ການທ່ອງທ່ຽວ, ຖະແຫຼງຂ່າວ ແລະສື່ສານ; ເພີ່ມທະວີການສົມທົບກັນ, ການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.

ເນື່ອງໃນໂອກາດທ່ານປະທານາທິບໍດີ Mauricio Macri ແລະພັນລະຍາ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ສອງຝ່າຍໄດ້ອອກແຈ້ງການຮ່ວມ ຫວຽດນາມ-ອາກຊັງຕິນ.

ໂດຍ: ກວຽດເຕິີມ