ຕອນເຊົ້າວັນທີ 20 ກຸມພາ, ພິທີຕ້ອນຮັບທ່ານ Mauricio Macri ປະທານາທິບໍດີ ສ.ອາກຊັງຕິນ ແລະພັນລະຍາ ຢ່າງເປັນທາງການໄດ້ຈັດຕັ້ງຢ່າງສົມກຽດທີ່ສໍານັກງານປະທານປະເທດຕາມພິທີທາງການທູດລະດັບສູງສຸດສຳລັບປະມຸກລັດ. ທ່ານ ຫງວຽນຝູຈ້ອງ ແລະພັນລະຍາ ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທີ່ສໍານັກງານປະທານປະເທດ, ທ່ານ ຫງວຽນຝູຈ້ອງ ໄດ້ດໍາເນີນການເຈລະຈາກັບທ່ານ Mauricio Macri.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Mauricio Macri ປະທານາທິບໍດີ ສ.ອາກຊັງຕິນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ທີ່ການເຈລະຈາ, ທ່ານ ຫງວຽນຝູຈ້ອງ ແລະທ່ານ Mauricio Macri ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບທິດທາງ ແລະບັນດາມາດຕະການເພື່ອແນໃສ່ສືບຕໍ່ນໍາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອາກຊັງຕິນ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ ກໍຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານ Mauricio Macri ປະທານາທິບໍດີ ສ.ອາກຊັງຕິນ. ພາບ: ຈ້ອງຫາຍ.

ການນໍາສອງທ່ານ ໄດ້ເຫັນດີເພີ່ມທະວີການສົມທົບກັນ, ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ທີ່ສະຫະປະຊາຊາດ, ອົງການການຄ້າໂລກ, ເວທີປາໄສຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ, ການຮ່ວມມືໃຕ້-ໃຕ້. ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີຖືວ່າບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕ ແລະຜືນແຜ່ນດິນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.

ສ່ວນທ່ານປະທານາທິບໍດີອາກຊັງຕິນ ໄດ້ສະແດງຄວາມຂອບອົກຂອບໃຈທ່ານເລຂາທິການໃຫຍ່, ປະທານປະເທດ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບທ່ານເອງ, ພັນລະຍາ ແລະຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງ ສ.ອາກຊັງຕິນ ຢ່າງສົມກຽດ, ຮອບຄອບຖີ່ຖ້ວນ ແລະສະໜິດສະໜົມ; ພ້ອມທັງເຊື້ອເຊີນທ່ານ ຫງວຽນຝູຈ້ອງ ຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ. ທ່ານ ຫງວຽນຝູຈ້ອງ ໄດ້ຍິນດີຕ້ອນຮັບ ແລະຈະຢ້ຽມຢາມ ອາກຊັງຕິນ ໃນໄລຍະເວລາທີ່ເໝາະສົມ.

ໂດຍ: ໄຊຊະນະ