ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຮັບຮູ້, ຕີລາຄາສູງບັນດາການປະກອບຂອງທ່ານ Kim Do-hyun ໃນໄລະຍະຜ່ານມາ ໃນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ສາຍພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ພວມພັດທະນາຢ່າງຮອບດ້ານໃນຫຼາຍຂົງເຂດ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານເອກອັກຄະລັດຖະທູດ Kim Do-hyun. ພາບ: baochinhphu.vn.

ທ່ານ Kim Do-hyun ຕີລາຄາວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາຂອງ ຫວຽດນາມ ຍັງໃຫຍ່ຫຼວງທີ່ສຸດ, ລັດຖະບານຫວຽດນາມ ໄດ້ມີມາດຕະການຕັ້ງໜ້າຫຼາຍຢ່າງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ.

ຕາມທ່ານ Kim Do-hyun ແລ້ວ, ບັນດານັກລົງທຶນ, ວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງ ສ. ເກົາຫຼີ ເອົາໃຈໃສ່ທີ່ສຸດ, ປາດຖະໜາຢາກເປີດກວ້າງການຮ່ວມມືຢູ່ ຫວຽດນາມ. ໃນໄລຍະຈະມາເຖິງ, ມີຫຼາຍກຸ່ມບໍລິສັດຂອງ ສ.ເກົາຫຼີ ປາດຖະໜາຢາກຍູ້ແຮງການລົງທຶນເຂົ້າພາກກາງຂອງ ຫວຽດນາມ, ຍ້ອນນີ້ແມ່ນສະຖານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ.

ທ່ານ Kim Do-hyun ກໍ່ໃຫ້ຮູ້ວ່າ, ປັດຈຸບັນ, ສ.ເກົາຫຼີ ມີຄວາມຕ້ອງການຫຼາຍກ່ຽວກັບຊັບພະຍາກອນມະນຸດ, ຜູ້ອອກແຮງງານໃນຂົງເຂດສາທາລະນະສຸກ, ເບິ່ງແຍງດູແລຜູ້ມີອາຍຸສູງ ແລະປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດນີ້.

ໂດຍ: ທູຈາງ