ກ່າວຄໍາເຫັນທີ່ການພົບປະ, ທ່ານ ຮວ່າງງອັກຮຸ່ງ, ຫົວໜ້າຄະນະຕິດຕໍ່ຊາວລາວ-ໄທ ເຊື້ອຊາດຫວຽດນາມ ນະຄອນໂຮ່ຈີມິນ, ໄດ້ລາຍງານໂດຍຫຍໍ້ຜົນງານການເຮັດວຽກປີ 2018, ຢືນຢັນວ່າຄະນະຕິດຕໍ່ໄດ້ກໍ່ສ້າງ ແລະປັບປຸງສາຍພົວພັນອັນດີງາມກັບບັນດາອົງການທີ່ກ່ຽວຂ້ອງຂອງນະຄອນ ແລະສະຖານກົງສູນໃຫຍ່ລາວ ແລະໄທ ປະຈໍານະຄອນໂຮ່ຈີມິນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນແທດຈິງໃຫ້ແກ່ວຽກງານມິດຕະພາບ ແລະວຽກງານການຕ່າງປະເທດປະຊາຊົນຂອງນະຄອນ.

leftcenterrightdel
ລາຍການສະແດງສິລະປະທີ່ການພົບປະສັງສັນ. ພາບ: ມິງຮ້ຽບ.

ໃນໄລຍະຈະມາເຖິງ, ຄະນະຕິດຕໍ່ຊາວລາວ-ໄທ ນະຄອນໂຮ່ຈີມິນ ຈະສືບຕໍ່ຕິດແທດກັບແຜນນະໂຍບາຍຂອງພັກ, ລັດ ເພື່ອປະຕິບັດໃຫ້ສໍາເລັດວຽກງານການຕ່າງປະເທດປະຊາຊົນເປັນຢ່າງດີ; ປະຕິບັດບົດບາດເປັນຂົວເຊື່ອມຕໍ່ກັບສະຖານກົງສູນໃຫຍ່, ບັນດາວິສາຫະກິດຂອງລາວ ແລະໄທ ເປັນຢ່າງດີ, ເພີ່ມທະວີ ແລະຊຸກຍູ້ນໍ້າໃຈມິດຕະພາບອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ກັບປະຊາຊົນລາວ-ໄທ, ປະກອບສ່ວນເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນອັນດີງາມລະຫວ່າງສາມປະເທດກວ່າອີກ.

ທ່ານ Champheng Sengmani, ຜູ້ຮັກສາການຫົວໜ້າກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ ໄດ້ຂອບອົກຂອບໃຈສະມາຄົມຕິດຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ໄດ້ປະຕິບັດບົດບາດເປັນຂົວເຊື່ອມຕໍ່, ເຕົ້າໂຮມ, ຂົນຂວາຍປະຊາຊົນພວມດໍາລົງຊີວິດຢູ່ລາວ - ໄທ ພ້ອມກັນສາມັກຄີ, ຊ່ວຍເຫຼືອກັນໃນການດຳລົງຊີວິດ, ພ້ອມກັນປະກອບສ່ວນຊຸກຍູ້ວຽກງານການຕ່າງປະເທດປະຊາຊົນ ແລະເພີ່ມທະວີສາຍພົວພັນການຮ່ວມມືມິດຕະພາບລະຫວ່າງປະຊາຊົນສາມປະເທດ ແລະເພື່ອນມິດສາກົນ.

ໂດຍ: ໄຊນິດາ