ໂດຍລະອຽດ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ອົງການປະຈໍາການຄະນະຊີ້ນໍາການປ່ຽນແປງໃໝ່, ພັດທະນາເສດຖະກິດລວມໝູ່, ສະຫະກອນເປັນເຈົ້າພາບ, ຜັນຂະຫຍາຍການສະຫຼຸບມະຕິ, ປະກາດໃຊ້ເອກະສານຮຽກຮ້ອງບັນດາກະຊວງ, ຂະແໜງການສູນກາງ, ຄະນະພັກແຂວງ, ຄະນະພັກນະຄອນບັນດາແຂວງ, ນະຄອນສັງກັດສູນກາງປະຕິບັດການສະຫຼຸບມະຕິ ເພື່ອຮັບປະກັນຢ່າງທັນການ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ກະຊວງແຜນການ ແລະການລົງທຶນ ຮັບຜິດຊອບໃນການຜັນຂະຫຍາຍປະຕິບັດສະຫຼຸບວຽກງານປ່ຽນແປງໃໝ່, ພັດທະນາເສດຖະກິດລວມໝູ່. ພາບ: ຮວ໋ນແອງ.

ອົງການປະຈໍາການຄະນະຊີ້ນໍາ (ກະຊວງແຜນການ ແລະການລົງທຶນຫວຽດນາມ) ຈະສ້າງຕັ້ງຄະນະຮຽບຮຽງ, ໜ່ວຍບັນນາທິການສະຫຼຸບມະຕິ. ກ່ຽວກັບເນື້ອໃນ ແລະຈັດຕັ້ງການຜັນຂະຫຍາຍການສະຫຼຸບມະຕິ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະການລົງທຶນ ຮັບຜິດຊອບໃນການປັບປຸງໂຄງຮ່າງ ແລະແຜນການສະຫຼຸບໃຫ້ສຳເລັດໂດຍໄວບົນພື້ນຖານຮັບເອົາຄໍາເຫັນປະກອບຂອງບັນດາສະມາຊິກໃນຄະນະຊີ້ນໍາທີ່ການປະຊຸມຂອງຄະນະຊີ້ນໍາໃນວັນທີ 6 ພະຈິກ 2018; ບົນພື້ນຖານຂໍ້ມູນລາຍງານຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງ, ກະຊວງແຜນການ ແລະການລົງທຶນສັງລວມ, ປັບປຸງບົດລາຍງານສະຫຼຸບວຽກງານປີ 2018 ແລະທິດທາງໜ້າທີ່ປີ 2019 ຂອງຄະນະຊີ້ນໍາໃຫ້ສຳເລັດ ເພື່ອສົ່ງໃຫ້ກົມການເມືອງ, ຄະນະເລຂາທິການ, ຫ້ອງວ່າການສູນກາງພັກ, ທ່ານນາຍົກລັດຖະມົນຕິ, ຮອງນາຍົກລັດຖະມົນຕີທຸກທ່ານ, ຄະນະເສດຖະກິດສູນກາງ, ຄະນະກໍາມະການກວດກາສູນກາງ, ຄະນະກໍາມະການການເງິນ-ງົບປະມານຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນສັງກັດສູນກາງ, ບັນດາອົງການມີສິດອໍານາດທີ່ກ່ຽວຂ້ອງ.

 

ໂດຍ: ໄຊນິດາ