ທ່ານ Samdech Heng Samrin ປະທານສະພາແຫ່ງຊາດລາຊະອານາຈັກ ຈໍາປູເຈຍ ເປັນປະທານວາລະປິດກອງປະຊຸມ.

ທີ່ວາລະປິດກອງປະຊຸມ, ພາຍຫຼັງຮັບຟັງບັນດາບົດລາຍງານສະຫຼຸບຫຍໍ້ໝາກຜົນກອງປະຊຸມລັດຖະສະພາຍິງ APPF ແລະຂອງຄະນະກໍາການກະກຽມຮ່າງບັນດາເອກະສານຂອງ APPF 27, ກອງປະຊຸມໄດ້ຮອງຮັບເອົາມະຕິ 14 ສະບັບ ແລະແຈ້ງການຮ່ວມ Siem Reap 2019 APPF 27.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ພ້ອມກັບບັນດາຫົວໜ້າຄະນະເຂົ້າຮ່ວມວາລະປິດ APPF 27. ພາບ: ຈ້ອງດຶກ.

ທ່ານນາງ ຫງວຽນທິກິມເງິນ ພ້ອມກັບບັນດາຫົວໜ້າຄະນະໄດ້ລົງນາມໃນແຈ້ງການຮ່ວມ ແລະເຫັນດີເຫັນພ້ອມມອບສິດປະທານຜັດປ່ຽນ APPF ໃຫ້ສະພາແຫ່ງຊາດອົດສະຕາລີ.

ທ່ານ Heng Samrin ປະທານສະພາແຫ່ງຊາດກໍາປູເຈຍ ດ້ວຍຖານະເປັນປະທານ APPF-27 ໄດ້ມອບທຸງປະທານຜັດປ່ຽນໃຫ້ຜູ້ຕາງໜ້າສະພາແຫ່ງຊາດອົດສະຕາລີ.

leftcenterrightdel
 

ກ່າວຄໍາເຫັນປິດກອງປະຊຸມ, ທ່ານ Heng Samrin ຢືນຢັນວ່າ, APPF-27 ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ບັນດາຄະນະຜູ້ແທນໄດ້ປະກອບບັນດາແນວຄວາມຄິດແທດຈິງ ແລະວິໄສທັດໄລຍະຍາວໃຫ້ຍຸດທະສາດສໍາຄັນເພື່ອແນໃສ່ສ້າງພາກພື້ນອາຊີ - ປາຊີຟິກໃຫ້ມີສັນຕິພາບ, ສະຖຽນລະພາບ, ກົມກຽວ ແລະພັດທະນາແບບຍືນຍົງ, ຕອບສະໜອງຄວາມມຸ່ງຫວັງຂອງບັນດາປະເທດທັງໝົດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ລົງນາມໃນແຈ້ງການຮ່ວມ Siem Reap 2019 APPF 27. ພາບ: ຈ້ອງດຶກ.

ທ່ານ Heng Samrin  ສະແດງຄວາມເຊື່ອໝັ້ນວ່າ, ໝາກຜົນຕັ້ງໜ້າຂອງ APPF-27 ຈະຊ່ວຍແກ້ໄຂບັນດາສິ່ງທ້າທາຍລວມ, ຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງໃນພາກພື້ນ ແລະໂລກ. APPF ຈະສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ບັນດາລັດຖະບານສະມາຊິກປະຕິບັດບັນດາມະຕິໄດ້ຮັບຮອງເອົາຢູ່ກອງປະຊຸມ APPF-27.

 

ໂດຍ: ເກື່ອງດັ້ງ