ພາຍຫຼັງພິທີຍື່ນສານແຕ່ງຕັ້ງ, ທ່ານ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ. ທ່ານ ຫງວຽນຝູຈ້ອງ ຫວັງວ່າ, ໃນຖານະຕໍາແໜ່ງປະຕິບັດງານຂອງຕົນ, ບັນດາເອກອັກຄະລັດຖະທູດຈະກໍາແໜ້ນສະພາບການຢ່າງວ່ອງໄວ, ແມ່ນຂົວເຊື່ອມຕໍ່ສໍາຄັນລະຫວ່າງຫວຽດນາມ ແລະບັນດາປະເທດຢ່່າງແທດຈິງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານນາງ Marinela Milcheva Petkova, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມບຸນກາຣີ ປະຈໍາຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ອວຍພອນບັນດາເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະຕິບັດສໍາເລັດໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະບັນດາປະເທດນັບມື້ນັບພັດທະນາຢ່າງຈົບງາມ.

ໂດຍ: ທູຈາງ