ທີ່ການພົບປະ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາງ ຫງວຽນທິກິມເງິນ, ການນໍາສະພາແຫ່ງຊາດ ແລະບັນດາກໍາມາທິການຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະຜ່ານມາໄດ້ຕັ້ງໜ້າຮ່ວມມື, ແບ່ງປັນບົດຮຽນໃນການເຄື່ອນໄຫວກັບສະພາແຫ່ງຊາດ, ບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດລາວ; ພ້ອມທັງສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ພັດທະນາສາຍພົວພັນຮ່ວມມືໃຫ້ແທດຈິງ ແລະມີປະສິດທິຜົນກວ່າອີກ.

leftcenterrightdel
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກິມເງິນ  ແລະທ່ານນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນກ່ຽວກັບການສົມທົບກັນຜັນຂະຫຍາຍບົດບັນທຶກຊ່ວຍຈໍາກ່ຽວກັບກິດຈະກໍາຫໍສະພາແຫ່ງຊາດລາວ ເພື່ອຮັບປະກັນຄຸນນະພາບ ແລະຄວາມຄືບໜ້າຂອງໂຄງການສໍາຄັນດັ່ງກ່າວ.

ໂດຍ: ບົວພອນ