leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະສໍານັກຂ່າວສານປະເທດລາວ ໂດຍທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ເປັນຫົວໜ້າຄະນະ. ພາບ: ສໍານັກຂ່າວສານຫວຽດນາມ.

ຊົມເຊີີຍຄະນະຜູ້ແທນສໍານັກຂ່າວສານປະເທດລາວ ມາຢ້ຽມຢາມຫວຽດນາມ, ທ່ານນາງ ຕ່ອງທິຟ໋ອງ ເນັ້ນໜັກວ່າການຢ້ຽມຢາມຄັ້ງນີ້ໄດ້ດໍາເນີນກົງກັບໄລຍະທີ່ສາຍພົວພັນຮ່ວມມື, ນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດພວມສືບຕໍ່ພັດທະນາທັງລວງເລິກ ແລະລວງກວ້າງ.

ທ່ານນາງ ຕ່ອງທິຟ໋ອງ ສະເໜີສໍານັກຂ່າວສານຫວຽດນາມ ແລະສໍານັກຂ່າວສານປະເທດລາວ ຄວນປະຕິບັດໜ້າທີ່ວຽກງານຂອງຕົນເປັນຢ່າງດີ, ນັ້ນແມ່ນສະໜອງຂໍ້ມູນທີ່ຊັດເຈນ, ເປັນທາງການ, ວ່ອງໄວທັນການເຖິງລະບົບສື່ມວນຊົນຢູ່ປະເທດປະຈຳຖິ່ນ, ພ້ອມທັງເພີ່ມທະວີການໂຄສະນາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງສອງປະເທດ, ພິເສດແມ່ນຍູ້ແຮງການໂຄສະນາກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ ເຖິງເພື່ອນມິດສາກົນ.

leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຕ້ອນຮັບຄະນະຜູ້ແທນສໍານັກຂ່າວສານປະເທດລາວ ໂດຍທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ເປັນຫົວໜ້າຄະນະ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຕ່ອງທິຟ໋ອງ ເຊື່ອໝັ້ນວ່າດ້ວຍມູນເຊື້ອຮ່ວມມືສະໜິດຕິດແໜ້ນມາຫຼາຍຮຸ້ນຄົນ, ບັນດານັກຂ່າວສໍານັກຂ່າວສານຫວຽດນາມ ແລະສໍານັກຂ່າວສານປະເທດລາວ ຈະສືບຕໍ່ມີການປ່ຽນແປງໃໝ່ຫຼາຍຢ່າງ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ, ຮັກສາທີ່ຕັ້ງ, ບົດບາດແມ່ນບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງຫວຽດນາມ ແລະລາວ ພ້ອມທັງປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດກວ່າອີກ.

ຕາງໜ້າຄະນະຜູ້ແທນສໍານັກຂ່າວສານປະເທດລາວ, ທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ຂອບໃຈທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດທີ່ໄດ້ສະຫຼະເວລາຕ້ອນຮັບ, ພ້ອມທັງຕີລາຄາສູງການຊ່ວຍເຫຼືອ, ການຮ່ວມມືຢ່າງແໜ້ນແຟ້ນຂອງສໍານັກຂ່າວສານຫວຽດນາມ ຕໍ່ສໍານັກຂ່າວສານປະເທດລາວ ໃນທຸກຂົງເຂດ.

ທ່ານ ສູນທອນ ຄັນທະວົງ ຫວັງວ່າສະພາແຫ່ງຊາດຫວຽດນາມ ຈະເອົາໃຈໃສ່ເຖິງບັນຫານີ້, ສ້າງເງື່ອນໄຂສະໜອງທຶນສຶກສາໄລຍະຍາວຫຼາຍທຶນຕື່ມອີກ ເພື່ອບໍາລຸງສ້າງພະນັກງານຂອງສໍານັກຂ່າວສານປະເທດລາວ.

ໂດຍ: ເກື່ອງດັ້ງ