leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມ APPF 27. ພາບ: ຈ້ອງດຶກ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ຕີລາຄາສູງຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງ, ສອດຄ່ອງກັບການກໍານົດທິດການພົວພັນຄູ່ຮ່ວມມືລັດຖະສະພາ, ຄວາມຮຽກຮ້ອງຕ້ອງການ ແລະທ່າອ່ຽງພັດທະນາຂອງທົ່ວໂລກເວົ້າລວມ ແລະພາກພື້ນອາຊີ-ປາຊີຟິກເວົ້າສະເພາະໃນໄລຍະໃໝ່. ທ່ານນາງ ຫງວຽນທິກິມເງິນ ຊີ້ແຈ້ງວ່າ “ສິ່ງສຳຄັນທີ່ສຸດແມ່ນບັນດາເປົ້າໝາຍພັດທະນາແບບຍືນຍົງຕ້ອງກາຍເປັນການກຳນົດທິດເປັນປະຈຳ, ຍາວນານໃຫ້ບັນດານະໂຍບາຍພັດທະນາຂອງປະເທດຕ່າງໆ, ໂດຍເລີ່ມມາຈາກຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຮັບປະກັນຜົນປະໂຫຍດຂອງປະຊາຊົນ ເຊິ່ງພວກເຮົາແມ່ນຕົວແທນ”.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະຫົວໜ້າບັນດາຄະນະຖ່າຍຮູບເປັນທີ່ລະນຶກ. ພາບ: ຈ້ອງດຶກ.

ທ່ານນາງ ຫງວຽນທິກິມເງິນ ສະເໜີເວທີປາໄສສືບຕໍ່ຮ່ວມມືຢ່າງຮອບດ້ານ, ແໜ້ນແຟ້ນໃນທຸກໆຂົງເຂດຄື: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ...; ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງສະເໝີພາບ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຈລະຈາ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາບັນຫາໂດຍອີງໃສ່ກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ; ເປີດກວ້າງການແລກປ່ຽນຮ່ວມມືລະຫວ່າງບັນດາລັດຖະສະພາໃນພາກພື້ນ, ເສີມຂະຫຍາຍບົດບາດໃນການຕິດຕາມກວດກາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ແຕ່ລະປະເທດ...

ໂດຍ: ທະນາພອນ