ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານ ຟ້າມບິ່ງມີງ ໄດ້ເນັ້ນໜັກວ່າ, ສະພາບການໂລກ ແລະພາກພື້ນໃນປີ 2019 ສືບຕໍ່ມີການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ສົ່ງຜົນກະທົບເຖິງການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຕ້ອງຕີລາຄາ, ຄາດຄະເນສະພາບການຢ່າງທັນການ, ເປັນເຈົ້າການຍົກອອກບັນດາມາດຕະການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງປະເທດ.

leftcenterrightdel
ທ່ານ ຟ້າມບິ່ງມີງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ເຊິ່ງນໍາໜ້າແມ່ນບັນດາສະມາຊິກຂອງຄະນະຊີ້ນໍາ ຄວນສືບຕໍ່ນໍາການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ ແລະຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງການນໍາພັກ, ລັດໃນປີ 2019, ພ້ອມທັງຊາບຊຶມການຜັນຂະຫຍາຍຄໍາສັ່ງເລກທີ 25 ຂອງຄະນະເລຂາທິການກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ກະກຽມຢ່າງຮີບດ່ວນ ແລະຮັບດຳລົງຕໍາແໜ່ງເປັນປະທານອາຊຽນ ປີ 2020 ແລະບົດບາດກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າ, ເພີ່ມທະວີການຮ່ວມມືກັບສາກົນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ.

ໂດຍ: ບົວພອນ