leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນຂອງກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງອານຢາງ ປີ 2018. ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຂອງແຂວງອານຢາງ, ທ່ານ ຫງວຽນຊວນຟຸກ ຖືວ່າ, ໝາກຜົນຂອງກອງປະຊຸມຄັ້ງນີ້ແມ່ນຂີດໝາຍຊີ້ໃຫ້ເຫັນວ່າປີ 2019 ແລະຊຸມປີຕໍ່ໄປແຂວງອານຢາງຈະສືບຕໍ່ມີບັນດາບາດກ້າວພັດທະນາສຳຄັນກາຍເປັນໜຶ່ງໃນບັນດາຕົວຢ່າງປະສົບຜົນສຳເລັດພາຍຫຼັງປະຕິບັດມະຕິເລກທີ 120 ຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດາວິສາຫະກິດຕັດສິນໃຈທຳມາຫາກິນແບບຍືນຍົງ; ປະຕິບັດສາມຫຼ່ຽມພັດທະນາເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຢູ່ທ້ອງຖິ່ນເປັນຢ່າງດີ. ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຈະຮັບປະກັນການປະຕິບັດລັດຖະທຳມະນູນ, ສິດທິມະນຸດ, ສິດພົນລະເມືອງ; ຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນຄົງ, ສ້າງສະພາບແວດລ້ອມແຫ່ງການລົງທຶນບໍ່ພຽງແຕ່ໃຫ້ກຸ່ມລົງທຶນອາຊຽນເທົ່ານັ້ນ ຫາກຍັງໃຫ້ກຸ່ມ OECD ອີກດ້ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາພາກສ່ວນເສດຖະກິດຂອງຫວຽດນາມ.

ໂດຍ: ແສງເດືອນ