ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພູມສັນຖານ ແລະທີ່ຕັ້ງຂອງແຂວງອານຢາງ ແມ່ນໃຈກາງເສດຖະກິດ, ການຄ້າທີ່ເຊື່ອມຕໍ່ບັນດານະຄອນໃຫຍ່ ຄື: ເກີນເທີ, ນະຄອນໂຮ່ຈິມິນ ແລະພະນົມເປັນ (ກຳປູເຈຍ). ບັນດາທ່າແຮງການຜະລິດຂອງແຂວງອານຢາງ ແມ່ນເຂົ້າສານ, ສິນໃນນ້ຳ; ການພັດທະນາການຄ້າ ແລະການທ່ອງທ່ຽວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: laodong.vn.

ທ່ານນາຍົກລັດຖະມົນຕີ ຕີລາຄາສູງການເຂົ້າຮ່ວມກອງປະຊຸມຂອງວິສາຫະກິດພາຍໃນ ແລະຕ່າງປະເທດເປັນຈຳນວນຫຼວງຫຼາຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງບັນດານັກລົງທຶນສຸມໃສ່ລົງທຶນໃນບັນດາຂົງເຂດລ້ຽງສັດ, ສິນໃນນ້ຳ, ປຸງແຕ່ງຜະລິດຕະພັນກະເສດ; ບັນດາໂຄງການທ່ອງທ່ຽວ, ເປັນຕົ້ນແມ່ນການທ່ອງທ່ຽວຊີວະພາບ… ຕາມນັ້ນແລ້ວ, ຕ້ອງສ້າງບັນດາເຂດກະເສດສຸມທີ່ຕິດພັນກັບການປຸງແຕ່ງ. ບັນດາວິສາຫະກິດປຸງແຕ່ງຕິດພັນກັບຕະຫຼາດຈະປະກອບສ່ວນຊຸກຍູ້ການພັດທະນາກະສິກຳຂອງແຂວງ ອານຢາງ.

ເນື່ອງໃນໂອກາດນີ້, ແຂວງອານຢາງ ໄດ້ມອບຂໍ້ຕົກລົງແຜນນະໂຍບາຍການລົງທຶນໃຫ້ປະມານ 23 ໂຄງການໃນບັນດາຂົງເຂດຄື: ກະສິກຳ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ອຸດສາຫະກຳ, ກໍ່ສ້າງ - ຕົວເມືອງ, ສາທາລະນະສຸກດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 1,2 ຕື້ USD, ມອບໃບສັນຍາລົງທຶນໃຫ້ນັກລົງທຶນ 7 ຄົນດ້ວຍຍອດເງິນທຶນທັງໝົດຄາດຫຼາຍວ່າກ່ວາ 4,5 ຕື້ USD.

ແຫຼ່ງຄັດຈາກ: vovword.vn