ທ່ານ ຫງວຽນຊວນຟຸກ ຊົມເຊີຍທ່ານເອກອັກຄະລັດຖະທູດ Xiong Bo ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ; ຊົມເຊີຍ ແລະຕີລາຄາສູງໝາກຜົນແຫ່ງການຮ່ວມມືຢ່າງຕັ້ງໜ້າເຊິ່ງສອງປະເທດບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Xiong Bo ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ - ຈີນ; ສະເໜີ ທ່ານ Xiong Bo ໃນຖານະຕຳແໜ່ງແມ່ນເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນໃຫ້ພາລະກິດມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຢ່າງແທດຈິງໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດ Xiong Bo ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາໃຫ້ເໝາະສົມກັບຜົນປະໂຫຍດ, ກໍ່ຄືການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງພາກພື້ນ.

 

ໂດຍ: ທູຮັ່ງ