ພາຍຫຼັງເຮັດວຽກມາເປັນເວລາ 3 ວັນຢ່າງເຂັ້ມງວດ, ຮີບດ່ວນດ້ວຍທິດນໍາ “ປະຊາທິປະໄຕ-ສາມັກຄີ-ປ່ຽນແປງໃໝ່-ເຊື່ອມໂຍງ-ພັດທະນາ”, ດ້ວຍຈິດໃຈມີຄວາມຮັບຜິດຊອບສູງຕໍ່ພະນັກງານ, ສະມາຊິກສະມາຄົມ, ຊາວກະສິກອນທົ່ວປະເທດ, ກອງປະຊຸມໃຫຍ່ໄດ້ປະຕິບັດສໍາເລັດເນື້ອໃນ, ລາຍການທີ່ວາງອອກ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII ລວມມີ 119 ສະຫາຍທີ່ພົ້ນເດັ່ນເປັນຕົວແທນໃຫ້ເກືອບ 10,2 ລ້ານສະມາຊິກສະມາຄົມຊາວກະສິກອນ ແລະ 54 ຊົນເຜົ່າອ້າຍນ້ອງໃນປະຊາຄົມບັນດາເຜົ່າຫວຽດນາມ. ທ່ານ ທ່າວຊວນຊຸ່ງ, ກໍາມະການສູນກາງພັກ, ປະທານສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VI ສືບຕໍ່ໄດ້ຮັບດໍາລົງຕໍາແໜ່ງເປັນປະທານສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII.

leftcenterrightdel
ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII ສະເໜີຕົວທີ່ກອງປະຊຸມໃຫຍ່. ພາບ: ກວາງຖັ໊ງ.

ກ່າວຄໍາເຫັນອັດກອງປະຊຸມໃຫຍ່, ທ່ານ ທ່າວຊວນຊຸ່ງ ຢັ້ງຢືນວ່າ: ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII ແມ່ນກໍາລັງໜູນສໍາຄັນເພື່ອລະດົມກໍາລັງໃຈຢ່າງແຮງຕໍ່ພະນັກງານ, ສະມາຊິກສະມາຄົມ, ຊາວກະສິກອນໃນທົ່ວປະເທດຍາດແຍ່ງກາລະໂອກາດ, ຄວາມສະດວກ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງສະມາຄົມ, ສ້າງກໍາລັງແຮງໃໝ່ຂອງຊົນຊັ້ນຊາວກະສິກອນ ແລະອົງການຈັດຕັ້ງຊາວກະສິກອນຫວຽດນາມ.

ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII, ອາຍຸການ 2018-2023. ກອງປະຊຸມໃຫຍ່ໄດ້ຮຽກຮ້ອງພະນັກງານ, ສະມາຊິກສະມາຄົມ, ຊາວກະສິກອນທຸກໆຄົນເສີມຂະຫຍາຍຈິດໃຈຮັກຊາດ, ເຈດຈໍານົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມານະພະຍາຍາມແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ສະໄໝທີ VII ຢ່າງມີໄຊ; ສູ້ຊົນພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດພາລະກິດຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນໃຫ້ປະສົບຜົນສໍາເລັດ.

ໂດຍ: ທະນາພອນ