ທ່ານພົນໂທ ຫງວຽນຈີ໊ວີ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ Caryn McClelland ຮອງເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ ໃນການເຄື່ອນໄຫວຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA) ໃນຕະຫຼອດ 30 ປີຜ່ານມາ; ພ້ອມທັງຢືນຢັນວ່າອາເມລິກາ ປາດຖະໜາຢາກສືບຕໍ່ຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວດັ່ງກ່າວກໍ່ຄືບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.

ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ, ການຊອກຫາອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມໄດ້ປະກອບສ່ວນນໍາມາເຊິ່ງຄວາມສະຫງົບສຸກໃຫ້ຫຼາຍຄອບຄົວ, ປະຊາຊົນອາເມລິກາ, ພ້ອມທັງຊ່ວຍປະຊາຊົນສອງປະເທດມີຄວາມເຂົ້າໃຈກວ່າກ່ຽວກັບເຈດຕະນາດີ, ນະໂຍບາຍມະນຸດສະທໍາ ແລະວັດທະນະທໍາຂອງກັນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ຫວູຮຸ່ງ.

ໃນບົດກ່າວປາໄສຂອງຕົນ, ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າການເຄື່ອນໄຫວຊອກຫາໃນຕະຫຼອດ 30 ປີຜ່ານມາບໍ່ພຽງແຕ່ຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເທົ່ານັ້ນ, ຫາກຍັງເປີດປະຕູໃຫ້ແກ່ການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະອາເມລິກາ ອີກດ້ວຍ.

leftcenterrightdel
ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ທ້ອງຖິ່ນຮັບຫຼຽນກາລະນຶກ. ພາບ: ຫວູຮຸ່ງ.

ທີ່ພິທີ, ສະຖານທູດອາເມລິກາ ແລະກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນກາລະນຶກໃຫ້ພະນັກງານຫວຽດນາມ, ນັກຊ່ຽວຊານອາເມລິກາ ແລະບັນດາອົງການຈັດຕັ້ງ, ທ້ອງຖິ່ນທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ.

ໂດຍ: ທະນາພອນ