ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ສູນກາງ, ລັດຖະບານ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາ ກໍ່ຄືບັນດາບັນຫາເກີດຂຶ້ນຢູ່ແຂວງຮວ່າບິ່ງ. ທ່ານ ຫງວຽນຊວນຟຸກ ຕີລາຄາວ່າ, ໃນໄລຍະຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງແຂວງຮວ່າບິ່ງ ບັນລຸໄດ້ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດສັງຄົມ; ບັນດາຂົງເຂດວັດທະນະທຳ, ສັງຄົມມີການຫັນປ່ຽນຢ່າງຕັ້ງໜ້າ; ຄວາມໝ້ັນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໄດ້ຮັບການຮັບປະກັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະການນຳແຂວງຮ່ວາບິ່ງ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີແຂວງຮວ່າບິ່ງ ແກ້ໄຂບັນດາສິ່ງຄົງຄ້າງໃນການຄຸ້ມຄອງ, ການບໍລິຫານ. ແຂວງຄວນເປັນເຈົ້າການໃນການກວດກາຄືນ ແລະຜັນຂະຫຍາຍບັນດາໂຄງການລົງທຶນພັດທະນາ ແລະການຜະລິດ, ການດຳເນີນທຸລະກິດຕາມການກຳນົດຂອງກົດໝາຍ.

ໂດຍ: ວຽງຄຳ