ປະຈຸບັນຝະລັ່ງ ຢືນອັນດັບທີ 16 ໃນ 100 ປະເທດ ແລະເຂດແຄວ້ນລົງທຶນເຂົ້ານະຄອນໂຮ່ຈິມິນ. ການແລກປ່ຽນການຄ້າສອງຝ່າຍບັນລຸໄດ້ 867 ລ້ານໂດລາສະຫະລັດ, ການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ, ບໍາລຸງສ້າງບັນລຸໄດ້ໝາກຜົນຢ່າງແທດຈິງ... ການຮ່ວມມືຂັ້ນທ້ອງຖິ່ນພັດທະນາຢ່າງຕັ້ງໜ້າ ຄື: ການເຊັນຂໍ້ຕົກລົງຮ່ວມມືໄລຍະ 2018-2020 ລະຫວ່າງນະຄອນໂຮ່ຈິມິນ ກັບນະຄອນ Lyon (ຝະລັ່ງ), ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຄຸ້ມຄອງຄຸນນະພາບອາກາດລະຫວ່າງຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ແລະສະຖານກົງສູນໃຫຍ່ ສ. ຝະລັ່ງ ໃນເດືອນກໍລະກົດ 2018 ໄດ້ຊ່ວຍໃຫ້ນະຄອນມີເງື່ອນໄຂທີ່ດີເພື່ອປະຕິບັດການກໍ່ສ້າງຕົວເມືອງຂຽວ, ທັນສະໄໝ, ພັດທະນາແບບຍືນຍົງ. ທ່ານ ເຈິ່ນຫວີງຕວຽນ ຢັ້ງຢືນວ່າ: “ນະຄອນຍາມໃດກໍ່ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງຝະລັ່ງ ຢ່າງແຮງກວ່າອີກ, ເປັນຕົ້ນແມ່ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ-ບໍາລຸງສ້າງ...”.

leftcenterrightdel
ລາຍການສະແດງສິລະປະຢູ່ພິທີສະເຫຼີມສະຫຼອງ. ພາບ: ຮຸ່ງຄວາ.

ກ່າວຄໍາເຫັນທີ່ພິທີ, ທ່ານ Vincent Floreani ເນັ້ນໜັກວ່າ, ການຮ່ວມມືລະຫວ່າງສອງປະເທດມີຜົນງານຫຼາຍຢ່າງໃນຂົງເຂດການແພດ-ການຢາ, ກະສິກໍາ... ມີເກືອບ 300 ວິສາຫະກິດຝະລັ່ງ ມາລົງທຶນຢູ່ນະຄອນໂຮ່ຈິມິນ ແລະຫຼາຍຄະນະວິສາຫະກິດຝະລັ່ງ ກໍ່ມາຢ້ຽມຢາມ, ເຮັດວຽກກັບນະຄອນກະກຽມໃຫ້ບັນດາໂຄງການລົງທຶນ, ຮ່ວມມືໃນອະນາຄົດເປັນປະຈໍາ... ທ່ານ Vincent Floreani ເຊື່ອໝັ້ນວ່າ, ການເຊັນ, ໃຫ້ສັດຕະຍາບັນຂໍ້ຕົກລົງການຄ້າເສລີຫວຽດນາມ-ສະຫະພາບເອີຣົບ ເຊິ່ງຝະລັ່ງ ສະໜັບສະໜູນຈະສ້າງທ່າພັດທະນາໃຫ້ແກ່ການພົວພັນການຄ້າຂາຍລະຫວ່າງສອງປະເທດຢ່າງແຮງກວ່າອີກ.

ໂດຍ: ແສງພະຈັນ