ທີ່ກອງປະຊຸມ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ກ່າວຄຳເຫັນ, ຮັບຮອງ, ຕີລາຄາສູງໝາກຜົນ, ຜົນງານທີ່ບັນລຸໄດ້ຂອງຄະນະພັກຕຳຫຼວດສູນກາງໃນເຄິ່ງອາຍຸການທີ່ຜ່ານມາ. ຄະນະພັກຕຳຫຼວດສູນກາງໄດ້ໃກ້ຊິດຕິດແທດການຊີ້ນຳ-ນຳພາຂອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານຢ່າງທັນການ, ໃນນັ້ນ, ກົມການເມືອງ, ຄະນະເລຂາ ແລະນາຍຍົກລັດຖະມົນຕີແມ່ນຜູ້ຊີ້ນຳໂດຍກົງ ແລະເປັນປະຈຳ, ຜັນຂະຫຍາຍປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສຳເລັດຜົນ, ບັນລຸ ແລະລື່ນຄາດໝາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າການສະເໜີບຸກຄະລາກອນພະນັກງານຕຳຫຼວດ ໃນການວາງແຜນເລືອກເອົາສະມາຊິກຄະນະບໍລິຫານງານສູນກາງ ອາຍຸການ 2021-2026 ແມ່ນເນື້ອໃນທີ່ມີຄວາມສຳຄັນທີ່ສຸດ, ປະກອບສ່ວນກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ ແລະກຳລັງຄວາມສາມາດໃນການນຳພາ, ກຳລັງແຮງໃນການຕໍ່ສູ້ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ຄະນະພັກຕຳຫຼວດສູນກາງ ເອົາໃຈໃສ່ວຽກງານກໍ່ສ້າງພັກທັງດ້ານການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະຄຸນສົມບັດໃຫ້ເປັນຢ່າງດີ, ປະຕິບັດວຽກງານສຶກສາອົບຮົມການເມືອງແນວຄິດ, ຝຶກຝົນຄຸນສົມບັດແບບແຜນການດຳລົງຊີວິດ, ສະຕິຕໍ່ການຈັດຕັ້ງປະຕິບັດວິໄນ,  ຈິດໃຈທ່າທີໃນການຮັບໃຊ້ປະຊາຊົນ, ຮັກສາແບບແຜນ ແລະຍົກສູງຄຸນນະພາບການເຄື່ອນໄຫວພັກໃນທົ່ວຄະນະພັກໃຫ້ເປັນຢ່າງດີ. ພະນັກງານ, ສະມາຊິກພັກ, ກຳລັງຕຳຫຼວດປະຊາຊົນຕ້ອງເປັນແບບຢ່າງນຳໜ້າ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນຢ່າງເດັດຂາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.

ແຫຼ່ງຄັດຈາກ: vovworld.vn