ທີ່ການຕ້ອນຮັບ, ທ່ານ ໄຊສີ ສັນຕິວົງ ໃຫ້ຮູ້ວ່າ, ສອງຝ່າຍໄດ້ປະສົບຜົນສໍາເລັດໃນການເຈລະຈາ, ແລກປ່ຽນບົດຮຽນໃນຂົງເຂດຕຸລາການປີ 2018; ເຫັນດີເປັນເອກະພາບຕີລາຄາວ່າສອງຝ່າຍໄດ້ປະຕິບັດເປັນຢ່າງດີ, ລື່ນກາຍແຜນການທີ່ໄດ້ວາງອອກໃນຫຼາຍເນື້ອໃນ. ທ່ານ ໄຊສີ ສັນຕິວົງ ກໍ່ຕີລາຄາສູງໂຄງການ ODA ຂອງຫວຽດນາມ ທີ່ໄດ້ໜູນຊ່ວຍກະຊວງຍຸຕິທຳລາວ ຢ່າງຕັ້ງໜ້າໃນການບຳລຸງສ້າງພະນັກງານຍຸຕິທຳ ແລະຢືນຢັນວ່າ, ສອງກະຊວງຍຸຕິທຳຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການພັດທະນາສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ບົນພື້ນຖານສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນທີ່ໄດ້ປະສົບຜົນສໍາເລັດ ແລະຍັງບໍ່ທັນປະສົບຜົນສໍາເລັດໃນວິວັດການພັດທະນາກັບຝ່າຍລາວ. ການຮ່ວມມືໃນຂົງເຂດຕຸລາການສອງຝ່າຍໄດ້ບັນລຸຜົນສໍາເລັດຫຼາຍຢ່າງ, ພິເສດແມ່ນໃນການບໍາລຸງພະນັກງານຍຸຕິທໍາໃຫ້ຝ່າຍລາວ. ທ່ານ ຫງວຽນຊວນຟຸກ ໄດ້ຊີ້ນຳກະຊວງຍຸຕິທຳຫວຽດນາມ ໜູນຊ່ວຍກະຊວງຍຸຕິທຳລາວ ຈົນສຸດຄວາມສາມາດຂອງຕົນ,  ບໍ່ພຽງແຕ່ໃນຂັ້ນກະຊວງເທົ່ານັ້ນ, ຫາກຍັງຊ່ວຍເຫຼືອໃນຂັ້ນພະແນກຍຸຕິທຳຢູ່ທ້ອງຖິ່ນອີກດ້ວຍ. ບົນພື້ນຖານດັ່ງກ່າວ,    ທ່ານ ຫງວຽນຊວນຟຸກ ສະເໜີວ່າໃນໄລຍະຈະມາເຖິງສອງກະຊວງຈະປະຕິບັດຂໍ້ຕົກລົງລະຫວ່າງສອງລັດຖະບານທີ່ກ່ຽວຂ້ອງເຖິງຂົງເຂດຕຸລາການເປັນຢ່າງດີ, ປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2015-2020 ທີ່ໄດ້ລົງນາມຢ່າງມີປະສິດທິຜົນ.

ໂດຍ: ບົວພອນ