ດ້ວຍຫົວຂໍ້ “ນັກສຶກສາຫວຽດນາມ ແຂ່ງຂັນຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ປະດິດຄິດສ້າງ, ສະໝັກໃຈ, ເຊື່ອມໂຍງ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ”, ບົດລາຍງານການເມືອງທີ່ກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ໃນອາຍຸການຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ໄດ້ເປັນເຈົ້າການ, ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ເພື່ອເຕົ້າໂຮມ, ເສີມຂະຫຍາຍ ແລະຮ່ວມເດີນທາງພ້ອມກັບນັກສຶກສາ, ບັນລຸໄດ້ຜົນງານຫຼາຍຢ່າງໃນທຸກດ້ານ. ໃນໄລຍະຈະມາເຖິງ, ວຽກງານຂອງສະມາຄົມ ແລະຂະບວນການນັກສຶກສາສູ້ຊົນເພື່ອບັນລຸໄດ້ຄາດໝາຍ: ສ້າງນັກສຶກສາຮຸ່ນໃໝ່ທີ່ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ,  ມີນໍ້າໃຈຮັກຊາດ, ຮັກສັງຄົມນິຍົມ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ຄົ້ນຄວ້າວິທະຍາສາດ ແລະໝູນໃຊ້ເຕັກໂນໂລຢີໃໝ່...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຢ້ຽວຖຸຍ.
leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຢ້ຽວຖຸຍ.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍຄວາມມານະພະຍາຍາມ ແລະຜົນງານດີເດັ່ນ ເຊິ່ງສະມາຄົມນັກສຶກສາຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານ ຫງວຽນຊວນຟຸກ ສະເໜີວ່າ, ກອງປະຊຸມໃຫຍ່ໄດ້ຕີລາຄາຖືກຕາມສະພາບການ, ສະຫຼຸບພຶດຕິກຳຕົວຈິງຢ່າງເລິກເຊິ່ງ, ວາງອອກທິດທາງ, ໜ້າທີ່, ມາດຕະການຢ່າງແທດຈິງ, ມີປະສິດທິຜົນສູງໃຫ້ອາຍຸການຕໍ່ໄປໃນວຽກງານຂອງສະມາຄົມ ແລະຂະບວນການຂອງນັກສຶກສາ; ໃນນັ້ນສຸມໃສ່ເຂົ້າໃນບັນດາເນື້ອໃນຄື: ເພີ່ມທະວີການສຶກສາອົບຮົມດ້ານອຸດົມການປະຕິວັດ, ຄຸນສົມບັດ, ວິຖີຊີວິດ, ວັດທະນະທໍາໃຫ້ແກ່ນັກສຶກສາ, ສ້າງຮຸ່ນຊາວໜຸ່ມໃໝ່ທີ່ມີຄຸນນະທາດອັນດີງາມ, ຕັດສິນໃຈໃນການກະທໍາ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລະບອບສັງຄົມນິຍົມ; ຫັນວິທີການຜັນຂະຫຍາຍບັນດາຂະບວນການ, ການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບ, ຢືນຢັນບົດບາດຂອງອົງການຈັດຕັ້ງສະມາຄົມນັກສຶກສາໃນການເບິ່ງແຍງດູແລຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈ ແລະປົກປ້ອງບັນດາສິດອັນຊອບທໍາຂອງສະມາຄົມ, ນັກສຶກສາ...

ໂດຍ: ທະນາພອນ