leftcenterrightdel
ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ. ພາບ: quochoi.vn.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທີ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບ 3 ເນື້ອໃນ ເຊິ່ງລວມມີ:      ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 6 ແລະປະກອບຄຳເຫັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 14; ການປະຕິບັດບາງຂໍ້ກຳນົດກົດໝາຍກ່ຽວກັບລະບອບ, ນະໂຍບາຍຕໍ່ສະມາຊິກອົງການຕ່າງໆຂອງຫວຽດນາມ ປະຈຳຕ່າງປະເທດ; ເລື່ອງປະກາດໃຊ້ມະຕິກ່ຽວກັບການເຄື່ອນໄຫວການວາງສະແດງ. ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາມະຕິປະກາດໃຊ້ລະບຽບການແນະນຳການຈັດຕັ້ງ ແລະການເຄື່ອນໄຫວຂອງສະພາປະຊາຊົນ; ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019; ຕີລາຄາໝາກຜົນແຫ່ງການປະຕິບັດແຜນການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມືສາກົນປີ 2018; ຕົກລົງບັນດາໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2019 ຂອງຄະນະປະຈຳສະພາແຫ່ງຊາດ ແລະບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

ແຫຼ່ງຄັດຈາກ: vovworld.vn