ຄຽງຂ້າງນັ້ນ, ຖະແຫຼງການກໍ່ຢືນຢັນວ່າທຸກຄົນລ້ວນແຕ່ມີພາລະໜ້າທີ່ຕໍ່ປະຊາຄົມ, ເຄົາລົບນັບຖືສິດ ແລະຄວາມເສລີຂອງຜູ້ອື່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຄຸນສົມບັດ, ຄວາມເປັນລະບຽບຮຽບຮ້ອຍທາງສາທາລະນະ ແລະສະຫວັດດີການລວມ. ບັນດາເນື້ອໃນດັ່ງກ່າວໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການກຳເນີດບັນດາສົນທິສັນຍາສາກົນພື້ນຖານກ່ຽວກັບສິດຂອງມະນຸດ, ໃນນັ້ນມີສົນທິສັນຍາກ່ຽວກັບສິດພົນລະເຮືອນ, ການເມືອງ, ສົນທິສັນຍາກ່ຽວກັບສິດເສດຖະກິດ, ສັງຄົມ, ວັດທະນະທໍາ...

ເມື່ອຫວນຄືນ 70 ປີຜ່ານມາ, ມວນມະນຸດບັນລຸໄດ້ບັນດາບາດກ້າວຍາວນານໃນຄວາມມານະພະຍາຍາມປົກປັກຮັກສາ ແລະຊຸກຍູ້ສິດຂອງມະນຸດໃນຂອບເຂດທົ່ວໂລກ. ປະຊາຊົນໃນປະເທດຕ່າງໆນັບສິບປະເທດທີ່ສັງກັດຢູ່ອາຊີ, ອາຟະລິກາ, ອາເມລິກາລາຕີນ ຍາດໄດ້ສິດຂອງຊາດຕັດສິນຊາຕາກຳຕົນເອງ, ຄັດເລືືອກເສັ້ນທາງພັດທະນາຂອງຕົນເອງ. ຜູ້ອອກແຮງງານໃນໂລກນັບຫຼາຍພັນຄົນໄດ້ຮັບປະກັນກ່ຽວກັບເວລາເຮັດວຽກ ແລະສິດຕ່າງໆຂອງຜູ້ອອກແຮງງານ; ແມ່ຍິງນັບຫຼາຍພັນຄົນໄດ້ຮັບປະກັນສິດສະເໝີພາບກັບເພດຊາຍກ່ຽວກັບສິດເລືອກຕັ້ງ ແລະເຂົ້າຮ່ວມຊີວິດການເປັນຢູ່ດ້ານການເມືອງ, ສັງຄົມ...

ໂລກນັບມື້ນັບຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງ. ບັນດາການປະທະກັນ, ສະພາບການຂາດຄວາມສະເໝີພາບ, ຄວາມທຸກຍາກອຶດຫິວ, ການປ່ຽນແປງຂອງດິນຟ້າອາກາດ... ພວມເກີດຂຶ້ນຢູ່ປະເທດຕ່າງໆ, ພາກພື້ນ, ໄດ້ສົ່ງຜົນສະທ້ອນໂດຍກົງເຖິງການຊົມໃຊ້ສິດຂອງມະນຸດ... ຫວຽດນາມຍາມໃດກໍ່ຕໍ່ສູ້ຢ່າງບໍ່ຢຸດຢັ້ງຕໍ່ໜ້າສະພາບການດັ່ງກ່າວ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມເຕີມບັນດາຄຸນຄ່າລວມຂອງມວນມະນຸດກ່ຽວກັບສິດຂອງມະນຸດ.

leftcenterrightdel
ທ່ານ ຟ້າມບິ່ງມີງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດສະໄໝທີ 72 ປີ 2017. ພາບ: ສະຫະປະຊາຊາດ

ໃນຖະແຫຼງການປະກາດເອກະລາດ ປີ 1945 ປະທານໂຮ່ຈິມິນ ໄດ້ຊີ້ແຈ້ງບັນດາສິດພື້ນຖານຂອງມະນຸດ ແລະຕິດພັນສິດ ຂອງມະນຸດກັບສິດຂອງປະເທດຊາດວ່າ: “ປະເທດຕ່າງໆໃນໂລກລ້ວນແຕ່ມີຄວາມສະເໝີພາບ; ປະເທດໃດກໍ່ມີສິດມີຊີວິດ, ສິດສະໜຸກສະໜານ ແລະສິດເສລີ”. ປະຊາຊົນຫວຽດນາມ, ປະເທດຫວຽດນາມ ກໍ່ມີສິດສະເໝີພາບຄືດັ່ງປະເທດໃດໜຶ່ງໃນໂລກ. ຄວາມມານະພະຍາຍາມຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນຫຼາຍທົດສະວັດຜ່ານມາຂອງຫວຽດນາມ ກໍ່ນອນໃນຈຸດປະສົງຮັບປະກັນໃຫ້ປະຊາຊົນທຸກໆຄົນໄດ້ຊົມໃຊ້ສິດຂອງມະນຸດຢ່າງຄົບຖ້ວນທີ່ສຸດ, ໃນນັ້ນມີສິດໄດ້ດໍາລົງຊີວິດໃນສະໄໝສັນຕິພາບ, ເອກະລາດ, ຄວາມເສລີ...

ໂດຍບືນຕົວຂຶ້ນຈາກບັນດາສົງຄາມ, ຫວຽດນາມໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອສ້າງສາປະເທດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ເຊິ່ງກ່ອນອື່ນໝົດແມ່ນສ້າງສາປະເທດອໍານາດກົດໝາຍສັງຄົມນິຍົມ, ປະຕິຮູບ, ຍົກສູງລະບົບກົດໝາຍກ່ຽວກັບສິດຂອງມະນຸດ...

ຄວາມມານະພະຍາຍາມດັ່ງກ່າວນໍາມາເຊິ່ງໝາກຜົນຢ່າງຕັ້ງໜ້າໃນການຮັບປະກັນສິດຂອງມະນຸດ, ຈາກສິດເສດຖະກິດ, ສັງຄົມ, ວັດທະນະທໍາຕະຫຼອດຮອດສິດພົນລະເຮືອນ, ການເມືອງ... ຫວຽດນາມແມ່ນ 1 ໃນບັນດາປະເທດໄດ້ປະຕິບັດເປົ້າໝາຍພັດທະນາສະຫັດສະວັດຂອງສປຊ (MDG) ສໍາເລັດກ່ອນກໍານົດ ແລະພວມຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢ່າງມີປະສິດທິຜົນ.

ຫວຽດນາມຮັກສາໄດ້ລະດັບການເຕີບໂຕເສດຖະກິດໃນລະດັບກວ່າ 6% ໃນຫຼາຍປີຕໍ່ເນື່ອງ, ໃນຂະນະນັ້ນຍັງເອົາໃຈໃສ່ພັດທະນາເສດຖະກິດ, ສັງຄົມ. ສິດການສຶກສາ, ສາທາລະນະສຸກ, ເຮືອນຢູ່ລ້ວນແຕ່ໄດ້ຮັບການປັບປຸງຢ່າງແຮງ. ສິດສະເໝີພາບລະຫວ່າງຍິງ-ຊາຍກໍ່ມີຄວາມກ້າວໜ້າຢ່າງບໍ່ປຸດຢັ້ງ. ຊີວິດການເປັນຢູ່ດ້ານການເຫຼື້ອມໃສ, ເຊື່ອຖືສາສະໜານັບມື້ນັບໄດ້ພັດທະນາຢ່າງອຸດົມສົມບູນ.

ພ້ອມກັບບັນດາຜົນງານດັ່ງກ່າວ, ຫວຽດນາມກໍ່ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄຸນຄ່າລວມ, ຄວາມຕັ້ງໜ້າ ແລະຄວາມກ້າວໜ້າຂອງມວນມະນຸດກ່ຽວກັບສິດຂອງມະນຸດ. ຫວຽດນາມໄດ້ເຂົ້າຮ່ວມບັນດາເວທີປາໄສທີ່ກ່ຽວຂ້ອງເຖິງສິດຂອງມະນຸດຂອງສະຫະປະຊາຊາດ, ອາຊຽນ ແລະກົນໄກຕ່າງໆຢ່າງຕັ້ງໜ້າ. ຫວຽດນາມຍາມໃດກໍ່ປະຕິບັດບັນດາຄໍາໝັ້ນສັນຍາສາກົນກ່ຽວກັບສິດຂອງມະນຸດຢ່າງເຂັ້ມງວດ, ໃນນັ້ນມີການປະຕິບັດ 7/9 ສົນທິສັນຍາສາກົນພື້ນຖານກ່ຽວກັບສິດຂອງມະນຸດ ເຊິ່ງຫວຽດນາມແມ່ນສະມາຊິກ, ບັນດາຄໍາໝັ້ນສັນຍາຕາມກົນໄກທົບທວນປະຈຳໄລຍະ (UPR) ຂອງ ສປຊ.

ໃນໄລຍະຈະມາເຖິງ, ເພື່ອຮັບປະກັນສິດໃຫ້ປະຊາຊົນທຸກຄົນເປັນຢ່າງດີ, ຫວຽດນາມຈະມານະພະຍາຍາມປັບປຸງລັດແຫ່ງອໍານາດກົດໝາຍໃຫ້ສົມບູນແບບ, ປັບປຸງພື້ນຖານນິຕິກໍາ ແລະນະໂຍບາຍທີ່ກ່ຽວຂ້ອງເຖິງການປົກປັກຮັກສາ ແລະຊຸກຍູ້ສິດຂອງມະນຸດ. ຫວຽດນາມຈະສືບຕໍ່ສະໜັບສະໜູນການເຈລະຈາ ແລະການຮ່ວມມືໃນຂົງເຂດສິດຂອງມະນຸດ, ພ້ອມກັບປະເທດຕ່າງໆໃນໂລກປະກອບສ່ວນ ແລະເພີ່ມເຕີມຄຸນຄ່າຂອງມວນມະນຸດກ່ຽວກັບສິດຂອງມະນຸດ, ເຮັດໃຫ້ເນື້ອໃນຂອງຖະແຫຼງການສິດທິມະນຸດສາກົນໃນສະຕະວັດທີ 21 ມີຊີວິດຊີວາ.

ໂດຍ: ທະນາພອນ