ທີ່ບັນດາການເຮັດວຽກ, ບັນດາການນໍາອັງໂກລາ ຕີລາຄາສູງຖານະບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ; ສະແດງຄວາມປາດຖະໜາຢາກທາບທາມບົດຮຽນໃນການກໍ່ສ້າງ ແລະພັດທະນາປະເທດຊາດຂອງຫວຽດນາມ, ຖອດຖອນບົດຮຽນໃນການກໍ່ສ້າງພັກ, ການຕ້ານ ແລະສະກັດກັ້ນການສໍ້ຫຼາດບັງຫຼວງ, ບໍາລຸງສ້າງຖັນແຖວພະນັກງານທຸກຂັ້ນຂອງພັກ ກອມມູນິດຫວຽດນາມ; ສະເໜີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ: ກະສິກໍາ, ສາທາລະນະສຸກ, ການສຶກສາ-ບໍາລຸງສ້າງ, ພະລັງງານ... ເນື່ອງໃນໂອກາດນີ້, ສອງພັກໄດ້ລົງນາມໃນຂໍ້ຕົກລົງຮ່ວມມື. ນີ້ແມ່ນເຫດການສໍາຄັນ ແລະມີຄວາມໝາຍ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈໍາການຄະນະເລຂາທິການ ພົບປະກັບທ່ານນາງ Emilia Carlota Sebastiao Celestino Dias, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດອັງໂກລາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະສັນ ໃນໄລຍະຈະມາເຖິງຈະເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີວຽກງານແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີວຽກງານແລກປ່ຽນຂໍ້ມູນຂ່າວສານ, ທິດສະດີ, ບົດຮຽນໃນການຄຸ້ມຄອງ ແລະສ້າງສາປະເທດຊາດ, ແລກປ່ຽນບົດຮຽນໃນຂົງເຂດບໍາລຸງສ້າງພະນັກງານ, ສົ່ງເສີມພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງສັງຄົມຂອງສອງພັກກວ່າອີກ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ... ລະຫວ່າງສອງປະເທດ.

ໂດຍ: ທູຈາງ