ທ່ານ ຫງວຽນວັນເຢົາ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ: ການຢ້ຽມຢາມນອນໃນໂຄງການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ແລະໄດ້ສ້າງຂີດໝາຍສຳຄັນໃນການພົວພັນສອງຝ່າຍ. ທ່ານ ຫງວຽນວັນເຢົາ ຖືວ່າ: ເມື່ອເບິ່ງຄືນການຕີລາຄາຂອງບັນດາການນຳ ສ.ເກົາຫຼີ ແລະທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຫັນໄດ້ຈຸດພົ້ນເດັ່ນແມ່ນການພົວພັນເສດຖະກິດ, ບັນລຸໄດ້ລະດັບດີພໍສົມຄວນ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມເພິ່ງພໍໃຈ. ບັນດານັກລົງທຶນ ສ.ເກົາຫຼີ ເລືອກເອົາ ຫວຽດນາມ ແມ່ນຈຸດນັດພົບ, ໄດ້ກາຍເປັນປະເທດທີ່ມີວິສາຫະກິດເຂົ້າມາລົງທຶນຢູ່ຫວຽດນາມ ຫລາຍທີ່ສຸດດ້ວຍຈຳນວນທຶນຈົດທະບຽນຂຶ້ນເຖິງ 62 ຕື້ USD. ລັດຖະບານ ສ.ເກົາຫຼີ ກໍ່ຮັກສານະໂຍບາຍໜູນຊ່ວຍຫວຽດນາມ ໂດຍຜ່ານແຫຼ່ງທຶນບຸລິມະສິດ ODA, ໄດ້ກາຍເປັນປະເທດສະໜອງທຶນ ODA ໃຫຍ່ອັນດັບທີ 2 ໃຫ້ແກ່ຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ . ພາບ: qdnd.vn.

ເນື່ອງໃນໂອກາດຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບໂຄງການດຳເນີນງານມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງລະດັບ 100 ຕື້ USD ໃນປີ 2020 ຕາມທິດດຸ່ນດ່ຽງ.

ນອກນັ້ນ, ໃນຂອບເຂດການຢ້ຽມຢາມຍັງດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນອື່ນອີກ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn